ຈີນ ຍອມຮັບບາລູນໜ່ວຍອື່ນໄດ້ “ບິນຫຼົງທາງ” ຢູ່ທະວີບ ອາເມລິກາ ລາຕິນ

(VOVWORLD) - ບາລູນ ບໍ່ມີຄົນຂັບມາຈາກຈີນ ແມ່ນໄດ້ນຳໃຊ້ເພື່ອທົດລອງ. ຍ້ອນຜົນສະທ້ອນຈາກອາກາດ, ບາລູນໜ່ວຍນີ້ໄດ້ບິນຜິດດ່ຽງທາງຫຼາຍເມື່ອທຽບໃສ່ໄລຍະທາງຄາດຄະເນ ແລະ ໄດ້ບິນເຂົ້າເຂດດິນແດນ ອາເມລິກາ ລາຕິນ ...
ຈີນ ຍອມຮັບບາລູນໜ່ວຍອື່ນໄດ້ “ບິນຫຼົງທາງ” ຢູ່ທະວີບ ອາເມລິກາ ລາຕິນ - ảnh 1ບາລູນ ຢູ່ເຂດນ່ານຟ້າ Billings, ລັດ Montana, ອາເມລິກາ ໃນວັນທີ 1 ກຸມພາ
(ພາບ: AP)

ຕອນບ່າຍວັນທີ 6 ກຸມພາ, ຈີນ ໄດ້ຍອມຮັບວ່າ ບາລູນ ທີ່ໄດ້ປະກົດຢູ່ທະວີບ ອາເມລິກາ ລາຕິນ ແມ່ນການທົດລອງຮັບໃຊ້ຈຸດປະສົງພົນລະເຮືອນ. ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ ປັກກິ່ງ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ບາລູນ ບໍ່ມີຄົນຂັບມາຈາກຈີນ ແມ່ນໄດ້ນຳໃຊ້ເພື່ອທົດລອງ. ຍ້ອນຜົນສະທ້ອນຈາກອາກາດ, ບາລູນໜ່ວຍນີ້ໄດ້ບິນຜິດດ່ຽງທາງຫຼາຍເມື່ອທຽບໃສ່ໄລຍະທາງຄາດຄະເນ ແລະ ໄດ້ບິນເຂົ້າເຂດດິນແດນ ອາເມລິກາ ລາຕິນ ແລະ ກາລິເບ ໂດຍບັງເອີນ.

        ຖະແຫຼງການຂອງທ່ານນາງ ໝາວໜິງ ໄດ້ຍົກອອກມາໃນວັນທີ 3 ກຸມພາ, ເມື່ອກອງທັບອາກາດ Colombia ພົບເຫັນວັດຖຸບິນ “ຄ້າຍຄືບາລູນ” ຢູ່ເຂດນ່ານຟ້າຂອງປະເທດນີ້. ໃນຂະນະນັ້ນ, ໃນວັນທີ 28 ແລະ 30 ມັງກອນ,ກອງທັບ ອາເມລິກາ  ກໍ່ໄດ້ພົບເຫັນບາລູນ ບິນເຂົ້າເຂດນ່ານຟ້າຂອງ ອາເມລິກາ ແລະ ຮອດວັນທີ 4 ກຸມພາ ໄດ້ຜັນຂະຫຍາຍການຍິງບາລູນໜ່ວຍນີ້.

        ເມື່ອເຕື້ອງເຖິງເລື່ອງ ອາເມລິກາ ຍິງ ບາລູນ, ທ່ານນາງ ໝາວໜິງ ຖືວ່າ ນີ້ແມ່ນເຫດການບັງເອີນ, ແລະ  “ທັງສອງຝ່າຍ, ພິເສດແມ່ນ ອາເມລິກາ, ຄວນແກ້ໄຂດ້ວຍຄວາມລະມັດລະວັງ, ມີວິຊາສະເພາະ, ບໍ່ຕ້ອງນຳໃຊ້ກຳລັງອາວຸດ”. ທ່ານນາງ ຮຽກຮ້ອງໃຫ້ ວໍຊິງຕັນ ພ້ອມກັບ ປັກກິ່ງ ຄວບຄຸມຄວາມບໍ່ລົງລອຍກັນ, ຫຼີກລ້ຽງຄວາມເຂົ້າໃຈຜິດ ແລະ ຕີລາຄາຜິດ, ທຳລາຍຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ