ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ

(VOVWORLD) - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຈິນກາງ ຮຽກຮ້ອງໃຫ້ 2 ຝ່າຍເຊື່ອມຕໍ່ການເຈລະຈາ ແລະ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍໃຫ້ແກ່ບັນດາຄວາມມານະພະຍາຍາມນີ້.
ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຈິນກາງ
(ພາບ: THX/TTXVN)

        ຕອນເຊົ້າວັນທີ 18 ເມສາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຈິນກາງ ໄດ້ໂອ້ລົມທາງໂທລະສັບສະເພາະກັບຄູ່ຕຳແໜ່ງຂອງ ອິດສະຣາແອັນ ແລະ ປາແລັດສະຕິນ, ຮຽກຮ້ອງໃຫ້ 2 ຝ່າຍເຊື່ອມຕໍ່ການເຈລະຈາ ແລະ ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍໃຫ້ແກ່ບັນດາຄວາມມານະພະຍາຍາມນີ້.

        ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອິດສະຣາແອັນ ທ່ານ Eli Cohen, ທ່ານ ຈິນກາງ ໃຫ້ຮູ້ວ່າ ຈີນ ໄດ້ວິຕົກກັງວົນຕໍ່ຄວາມເຄັ່ງຕຶງໃນປະຈຸບັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ, ພ້ອມທັງເນັ້ນໜັກເຖິງບຸລິມະສິດແຖວໜ້າແມ່ນນຳສະພາບການກັບຄືນສູ່ລະດັບຄວາມສາມາດຄວບຄຸມໄດ້, ຫຼີກລ້ຽງຄວາມເຄັ່ງຕຶງເພີ່ມຂຶ້ນ. ສ່ວນທ່ານ Eli Cohen ໃຫ້ຮູ້ວ່າ ອິດສະຣາແອັນ ໃຫ້ຄຳໝັ້ນສັນຍາຈະຫຼຸດຜ່ອນຄວາມເຄັ່ງຕຶງ, ແຕ່ບັນຫາຈະບໍ່ສາມາດແກ້ໄຂໃນບຶດໜຶ່ງຍາມດຽວໄດ້. ອິດສະຣາແອັນ ກໍ່ປາດຖະໜາວ່າ ຈີນ ຈະເຂົ້າຮ່ວມໃນການແກ້ໄຂບັນຫານິວເຄຼຍຂອງ ອີຣານ ຫຼາຍກວ່າອີກ.

        ໃນການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad Al Maliki, ທ່ານ ຈິນກາງ ຢືນຢັນວ່າ ປັກກິ່ງ ສະໜັບສະໜູນການເຊື່ອມຕໍ່ການເຈລະຈາສັນຕິພາບໃນໄລຍະໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ