ຈີນ - ຢີ່​ປຸ່​ນ - ສ.ເກົາຫຼິ ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຍູ້ແຮງ​ການ​ເຈ​ລະ​ຈາ​ສັນ​ຍາກ​ານ​ຄ້າເສ​ລີ

(VOVWORLD) - ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາຍູ້ແຮງດຳເນີນບັນດາການເຈລະຈາກ່ຽວກັບສັນຍາການຄ້າເສລີ 3 ຝ່າຍ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP).

ຈີນ - ຢີ່​ປຸ່​ນ - ສ.ເກົາຫຼິ ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຍູ້ແຮງ​ການ​ເຈ​ລະ​ຈາ​ສັນ​ຍາກ​ານ​ຄ້າເສ​ລີ - ảnh 1ທ່ານ Sung Yun-mo ລັດຖະມົນຕີ ກະຊວງ ອຸດສາຫະກຳ ສ.ເກົາຫຼີ, ທ່ານ ຈຸງຊານ ລັດຖະມົນຕີ ກະຊວງການຄ້າຈີນ, ທ່ານ Hiroshi Kajiyama ລັດຖະມົນຕີກະຊວງ ການຄ້າ ຍີ່ປຸ່ນທີ່ການຖະແຫຼງຂ່າວ

(ພາບ: Kyodo/ TTXVN)

ທ່ານ ຈຸງຊານ ລັດຖະມົນຕີ ກະຊວງການຄ້າຈີນ, ທ່ານ Hiroshi Kajiyama ລັດຖະມົນຕີກະຊວງ ການຄ້າ ຍີ່ປຸ່ນ, ທ່ານ Sung Yun-mo ລັດຖະມົນຕີ ກະຊວງ ອຸດສາຫະກຳ ສ.ເກົາຫຼີ ໄດ້ຍົກອອກຄຳໝັ້ນສັນຍາໃນການພົບປະເມື່ອວັນທີ 22 ທັນວາ ຢູ່ ປັກກິ່ງ, ປະເທດຈີນ, ກ່ອນດຳເນີນກອງປະຊຸມສຸດຍອດ 3 ຝ່າຍຢູ່ນະຄອນເຈິ້ງຕູ ປະເທດຈີນ ໃນວັນທີ 24 ທັນວາ

ການພົບປະຂັ້ນລັດຖະມົນຕີກະຊວງການຄ້າລະຫວ່າງ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ ໄດ້ຈັດຕັ້ງ ໝູນວຽນ ລະຫວ່າງ 3 ປະເທດ. ຫວ່າງມໍ່ໆມານີ້, ປະເທດຈີນເຊິ່ງເປັນປະເທດເຈົ້າພາບຈັດຕັ້ງໃນປີນິ້ີ້ ພວມຊອກຫາວິທີຊຸກຍູ້ການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງຄື ຍີ່ປຸ່ນ ແລະ ສ.ເກົາຫຼີ, ໃນສະພາບການສົ່ງອອກຖືກຫຼຸດລົງຍ້ອນເກີດສົງຄາມການຄ້າກັບອາເມລິກາ. ຈີນ ກໍ່ຊຸກຍູ້ການ

ປະຕິບັດການເຈລະຈາສັນຍາ RCEP ໂດຍມີການເຂົ້າຮ່ວມຂອງ 10 ປະເທດອາຊຽນ ແລະ 6 ປະເທດຄູ່ຮ່ວມມືແມ່ນ ອິນເດຍ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ