ຈີນ, ລັດ​ເຊຍ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພ​ົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ວັນທີ 18 ພະຈິກ, ໃນການເຈລະຈາກັບຄູ່ຕຳແໜ່ງ ລັດເຊຍ Sergey Lavrov, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ, ການພົວພັນລະຫວ່າງ ຈີນ ແລະ ລັດເຊຍ ໄດ້ຮັບການຢັ້ງຢືນຜ່ານໄລຍະເກີດໂລກລະບາດໂຄວິດ - 19. ທ່ານເນັ້ນໜັກວ່າ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ຈະສືບຕໍ່ເຮັດໃຫ້ການຄ້າສອງຝ່າຍຈະໄດ້ຮັບການຟື້ນຟູຄືນໃໝ່ໂດຍໄວ ໃຫ້ເລິກເຊິ່ງ.
ຈີນ, ລັດ​ເຊຍ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພ​ົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ       - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: MEM)

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ສະແດງຄວາມພ້ອມຕໍ່ການຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັບປະກັນຜົນສຳເລັດຂອງປີ ລັດເຊຍ - ຈີນ ກ່ຽວກັບຂໍ້ລິເລີ່ມວິທະຍາສາດ ແລະ ເຕັກໂນໂລຢີ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດໃນຫຼາຍຂົງເຂດ ເພື່ອມຸ່ງໄປເຖິງການບັນລຸໄດ້ບັນດາໝາກຜົນໃໝ່. ທ່ານ Sergey Lavrov ໃຫ້ຄຳໝັ້ນສັນຍາວ່າ ມົດສະກູ ພ້ອມແລ້ວທີ່ຈະສົມທົບກັບ ປັກກິ່ງ ຢ່າງແໜ້ນແຟ້ນໃນພື້ນຖານຫຼາຍຝ່າຍຄື ສປຊ, ສະພາຄວາມໝັ້ນຄົງ ສປຊ, ອົງການຮ່ວມມື ຊຽງໄຮ້ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດໃໝ່ທີ່ຫາກໍພົ້ນເດັ່ນແຖວໜ້າໂລກ (BRICS), ພ້ອມກັນປົກປ້ອງສະຖຽນລະພາບຂອງສະພາບການສາກົນ ແລະ ພາກພື້ນ, ໜູນຊ່ວຍບັນດາປະເທດໃນພາກພື້ນຕໍ່ສູ້ກັບລັດທິຫົວຮຸນແຮງ, ສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນ ອາຊີຕາເວັນອອກ ດ້ວຍ ອາຊຽນ ສວມບົດບາດເປັນໃຈກາງ.


ຕອບກັບ

ຂ່າວ/ບົດ​ອື່ນ