ຈີນ, ລັດເຊຍ ໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ກ່ຽວກັບບັນຫາແຫຼມ ເກົາຫຼີ

(VOVWORLD) - ວັນທີ  06 ສິງຫາ, ຈີນ ແລະ ລັດເຊຍ ໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ຢ່າງແໜ້ນແຟ້ນລະຫວ່າງ 2 ຝ່າຍກ່ຽວກັບບັນຫາ ແຫຼມເກົາຫຼີ, ພ້ອມທັງຖືວ່າ 2 ປະເທດມີທ່າທີສະເໝີຕົ້ນສະເໝີປາຍກ່ຽວກັບບັນຫານີ້. 
ຈີນ, ລັດເຊຍ ໃຫ້ຄຳໝັ້ນສັນຍາຮັກສາການຕິດຕໍ່ກ່ຽວກັບບັນຫາແຫຼມ ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov (ພາບ: KT)

ທີ່ການພົບປະຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫລວງ ມານີລາ ປະເທດ ຟີລິບປີນ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ທ່ານ ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Lavrov ມີການແລກປ່ຽນທັດສະນະຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບສະພາບການໃນປະຈຸບັນຢູ່ແຫຼມ ເກົາຫຼີ, ພິເສດແມ່ນກ່ຽວກັບມະຕິລົງໂທດ ຊຶ່ງຫາກໍ່ຮັບຮອງເອົາຈາກສະພາຄວາມໝັ້ນຄົງສະຫະປະຊາຊາດ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ເຫັນດີຕໍ່ບັນດາການຕີລາຄາຂອງທ່ານ ຫວາງອີ. ທ່ານ Sergei Lavrov ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພວມລໍຄອຍ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ຊຶ່ງຈັດຕັ້ງຢູ່ແຂວງ ຟູ໋ແຈງ, ຈີນ ໃນເດືອນ ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ