ຈີນ, ລາວ ກ້າວໄປເຖິງການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ

(VOVWORLD) -  ສອງຝ່າຍເຫັນດີເປັນເອກະພາບຮ່ວມກັນກໍ່ສ້າງປະຊາຄົມແບ່ງປັນອະນາຄົດດ້ວຍຄວາມສຳຄັນຍຸດທະສາດ ໂດຍອີງໃສ່ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ
ຈີນ, ລາວ ກ້າວໄປເຖິງການກໍ່ສ້າງປະຊາຄົມແບ່ງປັນອະນາຄົດ - ảnh 1 ການນຳ ລາວ ແລະ ຈີນ

ລາວ ແລະ ຈີນ ເຫັນດີເປັນເອກະພາບກໍ່ສ້າງປະຊາຄົມແບ່ງປັນອະນາຄົດດ້ວຍຄວາມສຳຄັນຍຸດທະສາດ. ໃນຂອບເຂດການຢ້ຽມຢາມ ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ບຸນຍັງ ວໍລິຈິດ ເນັ້ນໜັກວ່າ ສອງຝ່າຍຈະສຶບຕໍ່ຮັກສານ້ຳໃຈຖານບ້ານໃກ້ເຮືອນຄຽງມິດຕະພາບ, ເປັນເພື່ອນມິດ - ສະຫາຍ ແລະ ເປັນຄູ່ຮ່ວມມືທີ່ດີ, ປັບປຸງນ້ຳໃຈມິດຕະພາບອັນເປັນມູນເຊື້ອ ຈີນ - ລາວ ແລະ ຄວາມຕັດສິນໃຈນຳການພົວພັນຄູ່ຮ່ວມມືອັນຍາວນານ ແລະ ການຮ່ວມມືຍຸດທະສາດທີ່ໝັ້ນຄົງຮອບດ້ານໄປສູ່ໄລຍະໃໝ່.

ສອງຝ່າຍເຫັນດີເປັນເອກະພາບຮ່ວມກັນກໍ່ສ້າງປະຊາຄົມແບ່ງປັນອະນາຄົດດ້ວຍຄວາມສຳຄັນຍຸດທະສາດ ໂດຍອີງໃສ່ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ເໝາະສົມກັບບັນດາຜົນປະໂຫຍດພື້ນຖານ ແລະ ຄວາມຫວັງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ລາວ ແມ່ນປະເທດສຸດທ້າຍໃນການເດີນທາງໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງ ທ່ານປະທານປະເທດ ສີຈິ້ນຜິງ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ ເຊິ່ງດຳເນີນໃນເດືອນຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ