ຈີນ, ສ ເກົາຫຼີ ເປີດສາຍດ່ວນເພື່ອປຶກສາ ກ່ຽວກັບ ສປປ ເກົາຫຼີ

ຈີນ, ສ ເກົາຫຼີ ເປີດສາຍດ່ວນເພື່ອປຶກສາ ກ່ຽວກັບ ສປປ ເກົາຫຼີ - ảnh 1
ນາຍົກລັດຖະມົນຕີ ຈີນ ແລະ ລັດຖະມົນຕີການຕ່າງປະເທດ ສ ເກົາຫຼີ ໃນການເຈລະຈາຢູ່ ປັກກິ່ງເມື່ອວັນທີ 24/4
(ພາບ: ສຳນັກຂ່າວສານຊິນຮວາ/ ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 24/4, ລັດຖະມົນຕີ​ການ​ຕ່າງປະ​ເທດ ສ ​ເກົາຫຼີ Yun Byung – se ​ແລະ ຄູ່​ຕຳແໜ່ງ ສ ຈີນ ອ໊ວາງ​ອີ ​ໄດ້​ເຫັນ​ດີ​ເປີດ​ໂທະ​ສັບ​ສາຍ​ດ່ວຍ 24/24 ຊົ່ວ​​ໂມງ ​ເພື່ອ​ທາ​ບທາມ​ຄວາມ​ເຫັນ​ນະ​ໂຍບາຍ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ ສປປ ​ເກົາຫຼີ ຢ່າງ​ວ່ອງ​ໄວ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ​ເພື່ອ​​ເກ້​ຍກອມພຽງ​ຢາງ​ລະງັບ​ໃຈ​ຕໍ່​ບັນດາ​ການ​ກະທຳ​ເກາະ​ຜິດ ພາຍຫຼັງ​ເຫດການ​ຍິງ​ລູກ​ສອນ​ໄຟ​ເມື່ອ​ເດືອນ 12/2012 ​ແລະ ການ​ທົດ​ລອງ ນິວ​ເຄຼຍຄັ້ງ​ທີ 3 ​ເມື່ອ​​ເດືອນ 2 ທີ່​ຜ່ານ​ມາ. ​ໃນ​ການ​ພົບ​ປະ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ອ໊ວາງ​ອີ​ ກໍ​ຮຽກຮ້ອງ​ໃຫ້ 2 ພາກ​ ​ເກົາຫຼີ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ຕ້ອງ​​ມີ​ຄວາມ​ທຸມ​ທຽງ, ​ມີ​ມາດ​ຕະການ​ຕັ້ງໜ້າຕ່າງໆ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ນຳ​ບັນ​ຫາ​ກັບ​ຄືນ​ສູ່​ໂຕະ​ເຈລະຈາ.

ຂ່າວ/ບົດ​ອື່ນ