ຈີນ - ສ.ເກົາຫຼີ ເຫັນດີ ຍູ້ແຮງການເຈລະຈາ FTA ສອງຝ່າຍ

ຈີນ - ສ.ເກົາຫຼີ ເຫັນດີ ຍູ້ແຮງການເຈລະຈາ FTA ສອງຝ່າຍ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 15/9, ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ການ​ເງິນສ.​ເກົາຫຼີ ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້ ​ແລະ ຈີນ ​ໄດ້​ເຫັນ​ດີ​ຍູ້​ແຮງ​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ສອງ​ຝ່າຍ. ນີ້​​ໄດ້​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຢູ່​ອາຊີຕາ​ເວັນ​ອອກສຽງ​ເໜືອ​​ນີ້. ສອງ​ຝ່າຍ​ໄດ້​ຕົກລົງ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເງິນຕາ, ນຳ​ໃຊ້​ທັງ​ເງິນຢວນ ​ແລະ ​ເງິນ​ອວນໃນ​ບັນດາ​ການ​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ. ນີ້​ແມ່ນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ທີ່​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ​ການ​ຄ້າ​ຄັ້ງ​ທີ 11 (ນັບ​ແຕ່​ປີ 1999) ລະຫວ່າງ​ຈີນ ​ແລະ ສ.​ເກົາຫຼີ ຢູ່​ນະຄອນຫຼວງ​ປັກ​ກິ​ງ ​ເມື່ອ​ວັນ​ທີ 13/9 ຜ່ານ​ມາ. ຕາມ​ນັ້ນ​ແລ້ວ, ທ່ານ​ລັດຖະມົນຕີການ​ເງິນສ.​ເກົາຫຼີ Bahk Jae – wan ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ປະ​ເທດ​ນີ້​ໄດ້​ມີ​ບັນດາ​ການ​ປຶກສາ​ຫາລື​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ທ່ານ​ປະທານ​ຄະນະ​ກຳມະການ​ພັດທະນາ ​ແລະ ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ຈາງ​ຕົ່ງ. ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ Bahk Jae – wan ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ FTA ສອງ​ຝ່າຍ ​ແລະ ການ​ຮ່ວມ​ມື​ໃນ​ບັນຫາ​ເງິນຕາ​ລະຫວ່າງ​ສອງ​ຝ່າຍ. ທ່ານກໍ​ເຕື້ອງ​ເຖິງ​ຄວາມຈຳ​ເປັນ​ຕ້ອງ​ມີ​ບາດກ້າວ​ບຸກທະລຸໃຫ້​ທັງ​ຝ່າຍ​ຈີນ ​ແລະ ສ.​ເກົາຫຼີ, ​ເຊິ່ງສອງ​ປະ​ເທ​ດພວມ​ຖືກ​ຜົນ​ສະ​ທ້ອນຈາກ​ໄພ​ເສດຖະກິດຊຸກ​​ໂຊມ​ຢູ່​​ພາກ​ພື້ນໃຊ່​ສະກຸນ​ເງິນ​ເອີ​ໂຣ.

ຂ່າວ/ບົດ​ອື່ນ