ຈີນ ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃນ​ກໍ​ລະ​ນີ​ດ່ວນຢ່າງ​ເປັນ​ທາງ​ການ

(VOVWORLD) -   ວັນທີ 22 ສິງຫາ, ເຈົ້າໜ້າທີ່ ຈີນ ຫາກໍປະກາດທາງໂທລະພາບສູນກາງຈີນ ກ່ຽວກັບການອະນຸຍາດນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີດ່ວນຢ່າງເປັນທາງການ.
ຈີນ ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃນ​ກໍ​ລະ​ນີ​ດ່ວນຢ່າງ​ເປັນ​ທາງ​ການ - ảnh 1ທ່ານຜູ້ອຳນວຍການໃຫຍ່ສູນພັດທະນາວິທະຍາສາດເຕັກໂນໂລຢີ ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ (ພາບ: CCTV/ ນັກຂ່າວ VOV ປະຈຳຈີນ)

      ຕາມທ່ານຜູ້ອຳນວຍການໃຫຍ່ສູນພັດທະນາວິທະຍາສາດເຕັກໂນໂລຢີ ຄະນະກຳມະການສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດ ຈີນ ແລ້ວ, ປະເທດນີ້ ໄດ້ອະນຸຍາດໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ໃນກໍລະນີດ່ວນ ແລະ ຈະເປີດກວ້າງຂອບຂະໜາດນຳໃຊ້ແນໃສ່ປ້ອງກັນການຕິດເຊື້ອພະຍາດໃນລະດັບໃບໄມ້ຫຼົ່ນຕໍ່ລະດູໜາວໃນໄລຍະຈະມາເຖິງ ກ່ອນທີ່ຈະມີຢາວັກຊິນນຳໃຊ້ຢ່າງເປັນທາງການ. ເປົ້າໝາຍຂອງການນຳໃຊ້ຢາວັກຊິນດັ່ງກ່າວ ແມ່ນເພື່ອສ້າງພຸມຕ້ານທານໃນໝູ່ບັນດາເປົ້າໝາຍພິເສດ ຄື ພະນັກງານແພດໝໍ, ພາລະກອນ ຮັບປະກັນການເຄື່ອນໄຫວພື້ນຖານຂອງບັນດານະຄອນ, ລວມມີບັນດາຜູ້ເຮັດວຽກໃນບັນດາເຂດຕະຫຼາດ, ຮັບປະກັນການຄົມມະນາຄົມ ແລະ ຂະແໜງການບໍລິການ.

ບິກທ້ວນ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ