ຈີນ ຮຽກ​ຮ້ອງ​ໃຫ້​ສົ່ງ​ເສີມ​ຈັດ​ການ​ເຈ​ລະ​ຈາ​ໄກ່​ເກ່ຍ ຢູ່ ມຽນ​ມາ

(VOVWORLD) -ຈີນ ພ້ອມແລ້ວທີ່ຈະສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສັນໃນການຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ ມຽນມາ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຄົມສາກົນ ອຳນວຍຄວາມສະດວກເພື່ອໄກ່ເກ່ຍໂດຍຜ່ານທາງການທູດ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນສະພາບການຢູ່ ມຽນມາ ໃນເວລາໄວທີ່ສຸດ.
 ຈີນ ຮຽກ​ຮ້ອງ​ໃຫ້​ສົ່ງ​ເສີມ​ຈັດ​ການ​ເຈ​ລະ​ຈາ​ໄກ່​ເກ່ຍ ຢູ່ ມຽນ​ມາ - ảnh 1ຜູ້ແຫ່ຂະບວນປະທ້ວງເຕົ້າໂຮມກັນຢູ່ ນະຄອນ Yangon, ມຽນມາ ໃນວັນທີ 8 ມີນາ (ພາບ: AFP/TTXVN)

ວັນທີ 12 ມີນາ, ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ນະຄອນຫຼວງ ປັກກິ່ງ ກ່ຽວກັບຄຳຖະແຫຼງຂອງທ່ານປະທານສະພາຄວາມໝັ້ນຄົງ ສປຊ ກ່ຽວກັບສະພາບການຢູ່ ມຽນມາ, ທ່ານ ຈາວຫຼີຈຽນ, ໂຄສົກກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ ຈີນ ພ້ອມແລ້ວທີ່ຈະສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສັນໃນການຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ ມຽນມາ, ພ້ອມທັງ ຮຽກຮ້ອງໃຫ້ປະຊາຄົມສາກົນ ອຳນວຍຄວາມສະດວກເພື່ອໄກ່ເກ່ຍໂດຍຜ່ານທາງການທູດ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນສະພາບການຢູ່ ມຽນມາ ໃນເວລາໄວທີ່ສຸດ.

        ທ່ານ ຈາວຫຼີຈຽນ ກໍເລັ່ງລັດໃຫ້ບັນດາຝ່າຍກ່ຽວຂ້ອງທັງໝົດຢູ່ ມຽນມາ ຈົ່ງທຸ່ນທ່ຽງໃຈ ແລະ ອົດກັ້ນ, ແກ້ໄຂການຂັດແຍ້ງກັນ ແລະ ຄວາມບໍ່ລົງລອຍກັນໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ ໂດຍຜ່ານການເຈລະຈາ ແລະ ປຶກສາຫາລື, ອີງໃສ່ຜົນປະໂຫຍດພື້ນຖານຂອງປະຊາຊົນ ມຽນມາ ແລະ ສືບຕໍ່ຍູ້ແຮງວິວັດການຫັນປ່ຽນປະຊາທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ