ຈີນ ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຕາມແບບເປັນກຸ່ມເຖິງ 20 ປະເທດ

(VOVWORLD) - ປະເທດນີ້ຈະອະນຸຍາດໃຫ້ຈັດບັນດາລາຍການທ່ອງທ່ຽວຕາມກຸ່ມ ແລະ ການບໍລິການ “ຖ້ຽວບິນ + ໂຮງແຮມ” ເຖິງ 20 ປະເທດ ໃນນັ້ນມີ ໄທ, ລັດເຊຍ, ບັນດາປະເທດ ອາຣັບ ເອມີເນັດ UAE, ອາບຟຣີກາໃຕ້ ແລະ ກູບາ...
ຈີນ ເຊື່ອມຕໍ່ບັນດາລາຍການທ່ອງທ່ຽວຕາມແບບເປັນກຸ່ມເຖິງ 20 ປະເທດ - ảnh 1ຜູ້ໂດຍສານຢູ່ສະໜາມບິນແຫ່ງໜຶ່ງຢູ່ຈີນ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 6 ກຸມພາ, ຈີນ ໄດ້ເຊື່ອມຕໍ່ການເຄື່ອນໄຫວທ່ອງທ່ຽວໄປຕ່າງປະເທດຕາມແບບເປັນກຸ່ມຄືນໃໝ່ ພາຍຫຼັງ 3 ປີຖືກໂຈະໄວ້ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ຕາມກະຊວງວັດທະນະທຳ ແລະ ທ່ອງທ່ຽວ ຈີນ ແລ້ວ, ປະເທດນີ້ຈະອະນຸຍາດໃຫ້ຈັດບັນດາລາຍການທ່ອງທ່ຽວຕາມກຸ່ມ ແລະ ການບໍລິການ “ຖ້ຽວບິນ + ໂຮງແຮມ” ເຖິງ 20 ປະເທດ ໃນນັ້ນມີ ໄທ, ລັດເຊຍ, ບັນດາປະເທດ ອາຣັບ ເອມີເນັດ UAE, ອາບຟຣີກາໃຕ້ ແລະ ກູບາ.

        ພາຍຫຼັງເວລາສຸມໃສ່ຕ້ານໂລກລະບາດເປັນເວລາ 3 ປີ, ແຕ່ຕົ້ນປີ 2023, ລັດຖະບານ ຈີນ ໄດ້ເລີ່ມຜ່ອນພັນບັນດາຂໍ້ກຳນົດ ແລະ ມີຄວາມລະມັດລະວັງໃນການ “ເປີດປະຕູ” ປະເທດຄືນໃໝ່. ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ: ເຖິງວ່າການທ່ອງທ່ຽວສາກົນອາດຈະກັບຄືນສູ່ລະດັບຄືໄລຍະກ່ອນເກີດໂລກລະບາດໂຄວິດ -19 ໃນທັນທີກໍຕາມ, ແຕ່ຂະແໜງອຸດສາຫະກຳ ແລະ ປະເທດອາໄສຕໍ່ຈຳນວນແຂກທ່ອງທ່ຽວ ຈີນ ຈະມີການເຕີບໂຕໃນປີ 2023. ກ່ອນທີ່ໂລກລະບາດໂຄວິດ -19 ເກີດຂຶ້ນ, ຈີນ ແມ່ນປະເທດມີແຂກທ່ອງທ່ຽວສາກົນສຳຄັນທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ