ຈີນ ແລະ ລັດເຊຍ ຍູ້ແຮງການຮ່ວມມື 2 ຝ່າຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ ແຕ່ວັນທີ 31 ຕຸລາ ຫາວັນທີ 2 ພະຈິກ, ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ໄດ້ປຶກສາຫາລືຫຼາຍບັນຫາກັບຄູ່ຕຳແໜ່ງປະເທດເຈົ້າພາບ ຫຼີເຄີຊຽງ, ພິເສດ ແມ່ນບັນຫາເສດຖະກິດ.

ຈີນ ແລະ ລັດເຊຍ ຍູ້ແຮງການຮ່ວມມື 2 ຝ່າຍ - ảnh 1

ປະທານາທິບໍດີ ລັດເຊຍ ແລະ ປະທານປະເທດ ຈີນ 

(ພາບ: Russia in RSA)

 ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມໃນວັນທີ 1 ພະຈິກ, ພາຍຫຼັງການພົບປະປະຈຳຄັ້ງທີ 22 ຂັ້ນນາຍົກລັດຖະມົນຕີ ລັດເຊຍ - ຈີນ, ທ່ານນາຍົກລັດຖະມົນຕີ Medvedev ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມສຳພັນບັນດາລະບົບຊຳລະຜ່ານບັດ Mir ຂອງລັດເຊຍ ແລະ Unionpay ຂອງຈີນ. ທ່ານ ຖືວ່າ ການຮ່ວມມືນີ້ມີ “ແງ່ຫວັງອັນສົດໄສ”. ທ່ານນາຍົກລັດຖະມົນຕີ Medvedev ກໍ່ສະແດງຄວາມຫວັງຢາກແລກປ່ຽນການຄ້າ 2 ຝ່າຍ ລັດເຊຍ - ຈີນ ໃນໄລຍະຈະມາເຖິງໃຫ້ບັນລຸໄດ້ 100 ຕື້ USD. ສ່ວນທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືການຮ່ວມມືກ່ຽວກັບໂຄງການລະບົບທໍ່ສົ່ງອາຍແກັດຈາກລັດເຊຍ ເຖິງ ຈີນ, ຄ່ອຍໆສ້າງລະບົບທໍ່ສົ່ງອາຍແກັດທີສອງລະຫວ່າງ 2 ປະເທດ ແລະ ວິວັດທະນາການປະຕິບັດໃນໂຄງການໃຫຍ່ອື່ນໆອີກ. ໃນຂອບເຂດການຢ້ຽມຢາມຈີນ ຂອງທ່ານນາຍົກລັດຖະມົນຕີ Medvedev, 2 ຝ່າຍໄດ້ລົງນາມໂຄງການພັດທະນາການຮ່ວມມືໃນຂົງເຂດຍານອາວະກາດໄລຍະ 2018  - 2022, ຂໍ້ຕົກລົງຮ່ວມມືກ່ຽວກັບການຄຸ້ມຄອງຄວາມສ່ຽງໃນຂົງເຂດພາສີອາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ