ຈີນ ແລະ ລາວ ເພີ່ມທະວີການຮ່ວມມື ຮັກສາຄວາມໝັ້ນຄົງໃນລຳແມ່ນ້ຳຂອງ

ຈີນ ແລະ ລາວ ເພີ່ມທະວີການຮ່ວມມື       ຮັກສາຄວາມໝັ້ນຄົງໃນລຳແມ່ນ້ຳຂອງ - ảnh 1
ຕຳຫລວດຈີນເຂົ້າຮ່ວມການລາດຕະເວັນຮ່ວມຢູ່ແມ່ນ້ຳຂອງ
ພາບ: internet

(vovworld) - ຈີນ ແລະ ລາວ ​ໄດ້ເປັນ​ເອກະສັນ​ນຳ​ກັນ​ວ່າ​ຈະເພີ່ມທະວີການຮ່ວມມືຮັກສາຄວາມໝັ້ນຄົງ​ໃນ​ລຳ​ແມ່​ນ້ຳຂອງ ​ເພື່ອ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ກວາດ​ລ້າງ​ອາດຊະຍາ​ກຳ​ຂ້າມ​ຊາດ. ຂໍ້​ຕົກລົງ​ດັ່ງ​ກ່າວ​ບັນລຸ​ໄດ້​ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານ ຈ້ຽນຈຽນ​ຈູ ກຳມະການ​ລັດຖະບານ,  ລັດຖະມົນຕີ​ກະຊວງ​ຕຳຫລວດ​ຈີນ ​ແລະ ຄູ່​​ຕຳ​ແຫນ່​ງລາວ ທອງ​ບັນ ​ແສງ​ອາພອນ ທີ່ພວມ​ຢູ່​ຢ້ຽມຢາມ ປັກ​ກິ່ງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານຄວາມ​ໝັ້ນຄົງ​ສອງ​ຝ່າຍ, ທ່ານ ຈ້ຽນຈຽນ​ຈູ ຖື​ວ່າ: ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ກົດໝາຍ ​ແລະ ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ບົນ​ແມ່​ນ້ຳຂອງ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ພາລະ​ກອນ​ອຳນາດ​ບໍລິຫານ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ ​​ແນ​ໃສ່​ຮັກສາ​ຄວາມ​ສະຖຽນ​ລະ​ພາບ, ສັນຕິພາບ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ, ຮັບປະກັນ​ຊີວິດ​ກາ​ນ​ເປັນ​ຢູ່​ຂອງ​ປະຊາຊົນ. ພາຍຫລັງ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ລົງ​ນາມ​​ໃນ​ເອກະສານ​ຮ່ວມ​ມື​ທີ່​ກ່ຽວຂ້ອງ​ຈຳນວນ​ຫນຶ່ງ.

ຂ່າວ/ບົດ​ອື່ນ