ຈີນ ແລະ ອາເມລິກາ ເຫັນດີເປັນເອກະພາບຕໍ່ບັນດາບັນຫາທີ່ກ່ຽວຂ້ອງເຖິງອັດຕາແລກປ່ຽນເງິນຕາ

(VOVWORLD) - ຈີນ ແລະ ອາເມລິກາ ໄດ້ປຶກສາຫາລືກ່ຽວກັບອັດຕາແລກປ່ຽນເງິນຕາ ແລະ ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ບັນດາບັນຫາຫຼັກແຫຼ່ງ ແລະ ສຳຄັນຢູ່ຮອບເຈລະຈາການຄ້າ ແລະ ເສດຖະກິດຄັ້ງຫຼ້າສຸດ. 
ຈີນ ແລະ ອາເມລິກາ ເຫັນດີເປັນເອກະພາບຕໍ່ບັນດາບັນຫາທີ່ກ່ຽວຂ້ອງເຖິງອັດຕາແລກປ່ຽນເງິນຕາ - ảnh 1 (ພາບປະກອບ / Kyodo/TTXVN)

ວັນທີ 10 ມີນາ, ທ່ານ ອີກາງ ຜູ້ວ່າການທະນາຄານສູນກາງ ຈີນ ໄດ້ຍົກອອກຖະແຫຼງການນີ້ ໃນກອງປະຊຸມຖະແຫລງຂ່າວຢູ່ນອກກອງປະຊຸມສະໄໝສາມັນສະພາແຫ່ງຊາດ ຈີນ.

        ຕາມທ່ານ ອີກາງ ແລ້ວ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບວິທີການເຄົາລົບສິດອຳນາດເງິນຕາຂອງແຕ່ລະປະເທດ ໃນການຕັດສິນນະໂຍບາຍເງິນຕາ, ເຄົາລົບກົນໄກອັດຕາແລກປ່ຽນເງິນຕາ ໂດຍຕະຫລາດຕັດສິນ, ບໍ່ນຳໃຊ້ອັດຕາແລກປ່ຽນເຂົ້າໃນຈຸດປະສົງແກ່ງແຍ້ງ ແລະ ຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກ່ຽວກັບບັນດາຕະຫລາດເງິນຕາຕ່າງປະເທດ. 2 ຝ່າຍກໍ່ປຶກສາລືເລື່ອງ ຈີນ ແລະ ອາເມລິກາ ໃຫ້ຄຳໝັ້ນສັນຍາປະກາດຂໍ້ມູນຂ່າວຕາມມາດຕະຖານຕົວເລກສະຖິຕິຂອງກອງທຶນເງິນຕາສາກົນ (IMF) ຢ່າງໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ