ຈີນກ່າວຫາອາເມລິກາຕັ້ງໃຈທຳລາຍອິດທິພົນຊື່ສຽງບັນດາວິສາຫະກິດຂອງປະເທດນີ້

(VOVWORLD) -ວັນທີ 08 ສິງຫາ, ຈີນ ໄດ້ຕຳໜິຕິຕຽນບັນດາຂໍ້ກຳນົດຂອງອາເມລິກາ ທີ່ຍົກອອກມາເພື່ອຫ້າມບໍ່ໃຫ້ກຸ່ມບໍລິສັດເຕັກໂນໂລຊີ Huawei ແລະ ບັນດາບໍລິສັດອື່ນຂອງຈີນ ເຂົ້າຮ່ວມບັນດາສັນຍາຂອງລັດຖະບານອາເມລິກາ ແມ່ນ “ສວຍໃຊ້ສິດອຳນາດລັດ”.

ຈີນກ່າວຫາອາເມລິກາຕັ້ງໃຈທຳລາຍອິດທິພົນຊື່ສຽງບັນດາວິສາຫະກິດຂອງປະເທດນີ້ - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ

(ພາບ: EPA/TTXVN)

ນີ້ແມ່ນການກະທຳຫຼ້າສຸດໃນສົງຄາມການຄ້າທີ່ພວມປີນຂັ້ນໄດລະຫວ່າງຈີນ ແລະ ອາເມລິກາ.

        ໃນຖະແຫຼງສະບັບໜຶ່ງ, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖືວ່າ: “ເລື່ອງສວຍໃຊ້ສິດອຳນາດລັດຂອງອາເມລິກາ ແມ່ນໄຮ້ເຫດຜົນ ແລະ ຕັ້ງໃຈທຳລາຍອິດທິພົນຊື່ສຽງ ແລະ ການເກືອດຫ້າມວິສາຫະກິດລະອຽດຂອງຈີນ ເຊິ່ງພວມທຳລາຍພາບພົດຂອງອາເມລິກາ ຢ່າງຮ້າຍແຮງ ແລະ ບັນດາຜົນປະໂຫຍດຂອງປະເທດນີ້ເອງ”. ຖະແຫຼງການໄດ້ເນັ້ນໜັກວ່າ, ປັກກິງ ເດັດດ່ຽວສະໜັບສະໜູນບັນດາບໍລິສັດຂອງຈີນ ໃນການນຳໃຊ້ບັນດາເຄື່ອງມືດ້ານນິຕິກຳເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ