ຈີນຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວນອກສະຫະປະຊາຊາດ

ຈີນຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວນອກສະຫະປະຊາຊາດ - ảnh 1
ຈີນຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວນອກສະຫະປະຊາຊາດ
(ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ/TTXVN)

(vovworld) - ​​ວັນ​ທີ 2/12, ຈີນ​ຢືນຢັນ​ວ່າ​ປະ​ເທດ​ນີ້​ຍາມ​ໃດ​ກໍ່​ຄັດຄ້ານ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ບໍ່​ວ່າ​ປະ​ເທດ​ໃດ​ທີ່​ເລັ່ງ​ໃສ່​ປະ​ເທດ​ອື່ນ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຂອງ ຈີນ ຖືກ​ຍົກ​ອອກ​ມາ, ພາຍຫຼັງ ສ​ເກົາຫຼີ ​ແລະ ຍີ່ປຸ່ນ​ໄດ້​​ແຈ້ງ​ໃຫ້​ຊາບ​ແຜນການ​ເພີ່ມ​ທະວີ​ຄຳ​ສັ່ງ​ລົງ​ໂທດ ສປປ ​ເກົາຫຼີ ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ເຫດ​ທົດ​ລອງ​ນິວຄະ​ເລຍ​ຂອງ​ ພຽງ​ຢາງ ​ເມື່ອ​ເດືອນ 9. ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຖື​ວ່າ, ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ​ໃນ​ປະຈຸ​ບັນ​ພວມ​ສັບສົນ ​ແລະ ສະດຸງ​ໄວ, ຍ້ອນ​ເຫດ​ນັ້ນ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນ​ເຮັດ​ວຽກ​ນຳ​ກັນ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ທີ່​ສາມາດ​ກໍ່​ໃຫ້​ເກີດ​ສະພາບ​ຮ້າຍ​ແຮງ ​ແລະ ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ.

ຂ່າວ/ບົດ​ອື່ນ