(VOVWORLD) -ເມື່ອໃຫ້ຂໍ້ສັງເກດຕໍ່ການພົວພັນກັບເອີລົບ, ທ່ານຫວ່າງອີ ໃຫ້ຮູ້ວ່າ ການເຈລະຈາ ແລະ ການຮ່ວມມືລະຫວ່າງຈີນ ແລະ ເອີລົບບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຈະແມ່ນປັດໄຈປະກອບສ່ວນເຮັດໃຫ້ໂລກມີສະຖຽນລະພາບກ່ວາອີກ.
ທ່ານ ຫວາງອີ ກຳມະການຄະນະລັດຖະບານ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ: TTXVN) |
ວັນທີ 7 ມີນາ, ທ່ານ ຫວາງອີ ກຳມະການຄະນະລັດຖະບານ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໄດ້ຕີລາຄາສູງການພົວພັນຮ່ວມມືກັບອາຊຽນ ແລະ ເອີລົບ, ພ້ອມທັງຮຽກຮ້ອງໃຫ້ອາເມລິກາ, ຍີ່ປຸ່ນ ຮັກສາການພົວພັນສອງຝ່າຍຢ່າງຖືກທິດ ກັບ ປັກກິ່ງ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ນອກກອງປະຊຸມຄັ້ງທີ 5 ຂອງສະພາແຫ່ງຊາດຈີນ ຊຸດທີ XIII, ທ່ານຫວາງອີ ໃຫ້ຮູ້ວ່າ ການພົວພັນອາຊຽນ ແລະ ຈີນ ແມ່ນບໍ່ມີເຂດຈຳກັດ ແລະ ແມ່ນປັດໄຈປົກປ້ອງສະຖຽນລະພາບຢູ່ເຂດອາຊີ - ປາຊີຟິກ.
ເມື່ອໃຫ້ຂໍ້ສັງເກດຕໍ່ການພົວພັນກັບເອີລົບ, ທ່ານຫວ່າງອີ ໃຫ້ຮູ້ວ່າ ການເຈລະຈາ ແລະ ການຮ່ວມມືລະຫວ່າງຈີນ ແລະ ເອີລົບບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຈະແມ່ນປັດໄຈປະກອບສ່ວນເຮັດໃຫ້ໂລກມີສະຖຽນລະພາບກ່ວາອີກ.
ກ່ຽວກັບການພົວພັນກັບອາເມລິກາ, ທ່ານ ຫວາງອີ ເລັ່ງທວງ ວໍຊິງຕັນ ນຳນະໂຍບາຍກັບຄືນໃຫ້ຖືກທິດ, ນຳການພົວພັນສອງຝ່າຍກັບຄືນສູ່ເສັ້ນທາງພັດທະນາຢ່າງໂປ່ງໄສ ແລະ ເປັນປົກກະຕິ. ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລ້ວ, ປັກກິ່ງ ແລະ ວໍຊິງຕັນ ຕ້ອງປ່ຽນ “ການແກ້ງແຍ່ງ - ຮ່ວມມື - ຄູ່ແຂ່ງ” ເປັນ 3 ຫຼັກການລວມມີ: ເຄົາລົບເຊິ່ງກັນແລະກັນ, ດຳລົງຊີວິດຢ່າງມີສັນຕິພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.
ກ່ຽວກັບການພົວພັນກັບຍີ່ປຸ່ນ, ທ່ານ ຫວາງອີ ໄດ້ຮຽກຮ້ອງໃຫ້ ໂຕກຽວ ຮັກສາການພົວພັນສອງຝ່າຍຢ່າງຖືກທິດ, ເພີ່ມທະວີຄວາມມານະພະຍາຍາມຊຸກຍູ້ການພົວພັນຕາມທິດສັນຕິພາບ ແລະ ສະໜິດສະໜົມ.