ຈີນ​​ຖະ​ແຫຼງວ່າຈະມີ “ມາດ​ຕະ​ການ​ຢ່າງ​ແຮງ” ຕໍ່​ການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ

(VOVWORLD) -ວັນທີ 26 ມິຖຸນາ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ຈະຈັດວາງຂໍ້ຈຳກັດວີຊາສຳລັບບັນດາເຈົ້າໜ້າທີ່ຂອງ ຈີນ ທີ່ກ່ຽວຂ້ອງເຖິງການຈຳກັດສິດເປັນເຈົ້າຕົນເອງ ຂອງ ຮົ່ງກົງ. ເຖິງຢ່າງໃດກໍ່ຕາມ, ທ່ານ Pompeo ບໍ່ເປີດເຜີຍຊື່ແລະນາມສະກຸນ ຂອງບັນດາເຈົ້າໜ້າທີ່ຈີນ ທີ່ຈະຖືກຈັດວາງບັນດາຂໍ້ຈຳກັດດັ່ງກ່າວຂອງອາເມລິກາ.
ຈີນ​​ຖະ​ແຫຼງວ່າຈະມີ “ມາດ​ຕະ​ການ​ຢ່າງ​ແຮງ” ຕໍ່​ການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ - ảnh 1 ສຳນັກງານຂອງສະຖານທູດຈີນປະຈຳອາເມລິກາ (ພາບ: ABC News/vtc.vn)

ແລະກໍ່ໃນວັນດຽວກັນ, ອຳນາດການປົກຄອງສູນກາງ ຈີນ ແລະ ເຂດປົກຄອງພິເສດຮົ່ງກົງ ໄດ້ພ້ອມກັນອອກສຽງ “ຄັດຄ້ານຢ່າງແຮງ” ຕໍ່ເລື່ອງສະພາສູງອາເມລິກາຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົງໂທດຈີນທີ່ກ່ຽວຂ້ອງເຖິງບັນຫາຮົ່ງກົງ ແລະ ເລື່ອງອາເມລິກາຈຳກັດວີຊາຂອງເຈົ້າໜ້າທີ່ປະເທດນີ້.

ລາຍລະອຽດ, ຕໍ່ໜ້າເລື່ອງອາເມລິກາຕົກລົງຈຳກັດວີຊາຂອງບັນດາເຈົ້າໜ້າທີ່ຈີນ, ໂຄສົກສະຖານທູດຈີນ ອີກຄັ້ງໜຶ່ງຢັ້ງຢືນວ່າ ຮົ່ງກົງ ແມ່ນ ບັນຫາພາຍໃນຂອງປະເທດ ຈີນ ແລະ ຈີນບໍ່ອະນຸຍາດໃຫ້ ບໍ່ວ່າອິດທິກຳລັງພາຍນອກໃດເຂົ້າມາແຊກແຊງບັນຫານີ້. ຈີນໄດ້ກ່າວເຕືອນ ອາເມລິກາໃຫ້ “ປ່ຽນແປງຄວາມຜິດພາດໃນທັນທີ” ແລະ ຖອນຄືນບັນດາຂໍ້ຕົກລົງທີ່ກ່ຽວຂ້ອງ, ຢຸດຕິການແຊກແຊງເຂົ້າວຽກງານພາຍໃນຂອງຈີນ. ພ້ອມທັງຖະແຫຼງວ່າ ຈະສືບຕໍ່ປະຕິບັດບັນດາ “ມາດຕະການຢ່າງແຮງ” ເພື່ອປົກປັກຮັກສາ ອະທິປະໄຕ, ຄວາມໝັ້ນຄົງແຫ່ງຊາດ ແລະ ຜົນປະໂຫຍດພັດທະນາຂອງຕົນ;

ຕອບກັບ

ຂ່າວ/ບົດ​ອື່ນ