ຈີນປະກາດປື້ມບົກຂາວກ່ຽວກັບທິເບດ

ຈີນປະກາດປື້ມບົກຂາວກ່ຽວກັບທິເບດ - ảnh 1
(ພາບປະກອບ)

(vovworld) – ຈີນ ຫາກ​ໍປະກາດ​ປື້​ມບົກ​ຂາ​ວ ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ເຂດ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍທິ​ເບ​ດ, ​ໃນ​ນັ້ນ​ໄດ້​ເນັ້ນ​ໜັກ​ເຖິງ ບັນດາ​ຜົນງານ​ເຊິ່ງ ທິ​ເບ​ດ ບັນລຸ​ໄດ້​ໃນ​ຕະຫຼອດ 50 ປີຜ່ານ​ມາ. ປື້ມບົກ​ຂາວ​ມີ​ຫົວ​ຂໍ້ “ປະຕິບັດ​ພາລະກິດ​ປົກ​ຄອງດ້ວຍ​ຕົນ​ເອງ​ຂອງປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍທິ​ເບ​ດ” ​ໂດຍ​ຫ້ອງ​ວ່າການ​ຂໍ້​ມູນ​ຂ່າວ​ລັດຖະບານ​ຈີ​ນ ປະກາດ. ປື້​ມບົກ​ຂາວ​ຊີ້​ແຈ້ງວ່າ, ນັບ​ແຕ່​ເມື່ອ​ດຳ​​ເນີນ​ພາລະກິດ​ປະ​ຕິຮູບ​ປະຊາທິປະ​ໄຕ​ເມື່ອ​ປີ 1959 ​ແລະ ມອບ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງ ​ໃຫ້​ປະຊາຊົນ​ເຜົ່າ​ສ່ວນ​ໜ້າຍ ​ເມື່ອ​ປີ 1965, ທິ​ເບ​ດ ບັນລຸ​ໄດ້​ບັນ​ດາ​ບາດກ້າວ​ອັນ​ໃຫຍ່​ຫຼວງ​ໃນ​ການ​ພັດທະ​ນາ​ເສດຖະກິດ​ສັງຄົມ. ປື້​ມບົກ​ຂາວ ກໍ​ຢືນຢັນ​ວ່າ, ລັດຖະບານ ຈີນ ​ແລະ ອຳນາດ​ການ​ປົກຄອງ ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ທິ​ເບ​ດ ຍາມ​​ໃດ​ກໍ​ຖື​ສິດ​ເສລີ​ໃນ​ການ​ເຫື້​ອມ​ໄສ​ເຊື່ອ​ຖື​ສາ​ສະໜາ​ຂອງ​ປະຊາຊົນ, ສິດ​ເສລີ​ລະຫວ່າ​ງບັນດາ​ເຜົ່າ ​ແລະ ບັນດາ​ສາສະໜາ​​ໄດ້​ຮັບການ​ຮັບປະກັນ.

ຂ່າວ/ບົດ​ອື່ນ