ຈີນປະຕິຮູບລະບົບເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ

ຈີນປະຕິຮູບລະບົບເສດຖະກິດຢ່າງເລິກເຊິ່ງກ້ວາງຂວາງ - ảnh 1

(ພາບ:dioaustralia.net.au)

(vovworld) - ​​ຕອນ​ບ່າຍ​ວັນ​ທີ 16/12, ​ເມື່ອ​ສິ້ນ​ສຸດ​ການ​ປະຊຸມ​ເປັນ​ເວລາ 2 ວັນ​ຢູ່​ປັກ​ກິ​ງ, ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ໄດ້​ປະກາດ​ບົດ​ລາຍງານ​ສະຫລຸບ​ວຽກ​ງານ​ເສດຖະກິດ​ຂອງ​ຈີນ ປີ 2012 ​ແລະ ຜັນ​ຂະຫຍາຍ​ວຽກ​ງານ​ພັດທະນ​າ​ເສດຖະກິດ​ປີ 2013. ບົດ​ລາຍ​ງານ​ຢັ້ງຢືນ​ວ່າ​ຈີນ ຈະ​ດຳ​ເນີນ​ການປະຕິ​ຮູບ​ລະບົບ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ, ຊຸກຍູ້​ຄວາມ​ຕ້ອງ​ການ​ພາຍ​ໃນ​ຄື​ດັ່ງ​ໜ້າ​ທີ່​ຍຸດ​ທະ​ສາດ, ສືບ​ຕໍ່​ນະ​ໂຍບາຍ​ຄວບ​ຄຸມ​ຕະຫຼາດ​ອະສັງຫາລິມະ​ຊັບ, ສົ່ງ​ເສີມ​ການ​ລົງທຶນ​ໃນ​ພາກ​ລັດ ​ແລະ ​ເອກະ​ຊົນ… ປີ 2013, ການປະຕິ​ຮູບ​ລະບົບ​ເສດຖະກິດ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ​ເຖິງ​ຖອງ​ແມ່ນ​ໜ້າ​ທີ່​ເປັນຕາ​ຍສຳລັບ​ການ​ເຕີບ​ໂຕ​ເປັນ​ປົກກະຕິ​ຂອງ​ຈີນ, ຄຽງ​ຂ້າງ​ນັ້ນ, ການ​ຊຸກຍູ້​ການ​ຫັນ​ເປັນ​ຕົວ​ເມື​ອງຕາມ​ທິດ​ປັບປຸງ​ດ້ານ​ຄຸນ​ນະພາ​ບ, ຮັກສາ​ແຫຼ່ງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າຈີນ ​ແລະ ​ເພີ່ມ​ການ​ລົງທຶນ​ອອກ​ຕ່າງປະ​ເທດ​ກໍ່​ແມ່ນ​ບັນດາ​ໜ້າ​ທີ່​ເສດຖະກິດ​ຈຸດ​ສຸມ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ