ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຈັດການ​ພົບ​ປະລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ - ອາ​ເມ​ລິ​ກາ

(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເຫີ້ວເພິງເຫີ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດ ອາເມລິກາ Austin Lloyd ໄດ້ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງຢູ່ກຳປູເຈຍ.
ຈີນ​ພ້ອມ​ແລ້ວ​ທີ່​ຈະ​ຈັດການ​ພົບ​ປະລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຈີນ - ອາ​ເມ​ລິ​ກາ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເຫີ້ວເພິງເຫີ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດ ອາເມລິກາ Austin Lloyd (ພາບ: AFP)

ວັນທີ 20 ພະຈິກ, ຈີນ ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະຈັດຕັ້ງການພົບປະລະຫວ່າງທ່ານລັດຖະມົນຕີປ້ອງກັນປະເທດ ລະຫວ່າງ ຈີນ - ອາເມລິກາ ຢູ່ນອກເວທີປາໄສຄວາມໝັ້ນຄົງໃນພາກພື້ນຢູ່ ກຳປູເຈຍໃນອາທິດຈະມາເຖິງ. ເມື່ອຕອບຄຳຖາມກ່ຽວກັບເລື່ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລະ ອາເມລິກາ ຈະດຳເນີນການການເຈລະຈາຢູ່ກຳປູເຈຍຫຼືບໍ່ນັ້ນ, ທ່ານ ຕານເຄືອພວຍ ໂຄສົກກະຊວງປ້ອງກັນປະເທດ ຈີນ ໃຫ້ຮູ້ວ່າ: ຈີນ ຍັງຮັກສາທ່າທີ່ເປັນເຈົ້າການ ແລະ ເປີດໃຈ ເພື່ອແລກປ່ຽນກັບອາເມລິກາ. ປັດຈຸບັນສອງຝ່າຍພວມສົມທົບກັນເພື່ອຈັດ ການແລກປ່ຽນຢູ່ນອກກອງປະຊຸມ ທີ່ຈະດຳເນີນໃນວັນທີ 23 ພະຈິກຢູ່ກຳປູເຈຍ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເຫີ້ວເພິງເຫີ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນ ປະເທດ ອາເມລິກາ Austin Lloyd ໄດ້ຢັ້ງຢືນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກວ້າງຢູ່ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ