ຈີນມີປະຕິກິລິຍາຕໍ່ເລື່ອງຍີ່ປຸ່ນສ້າງແວບໄຊກ່ຽວກັບໝູ່ເກາະຂັດແຍ້ງ

ຈີນມີປະຕິກິລິຍາຕໍ່ເລື່ອງຍີ່ປຸ່ນສ້າງແວບໄຊກ່ຽວກັບໝູ່ເກາະຂັດແຍ້ງ - ảnh 1
(ພາບອີນເຕີແນດ)

(vovworld) – ການຂັດ​ແຍ້​ງອະທິປະ​ໄຕ​ລະຫວ່າງ​ຈີ​ນ ​ແລະ ຍີ່ປຸ່ນ ສຳລັບ​ໝູ່​ເກາະ​ເຊິ່ງຈີນ ​ເອີ້ນ​ວ່າ ຕຽວ​ອີ, ສ່ວນ​ຍີ່ປຸ່ນ ​ເອີ້ນ​ວ່າ Senkaku ​ໄດ້​​​​ປະກົດ​ມີ​ການ​ຜັນ​ແປ​ເຄັ່ງ​ຕຶງ​ໃໝ່ຫຼາຍ​ຢ່າງ. ພ້ອມ​ກັບ​ເລື່ອງ​ສົ່ງບັນດາ​ກຳ​ປັ່ນ​ປະຕິບັດ​ກົດ​ໝາຍ​ເຂົ້າ​ເຂດ​ທະ​ເລ​​ອ້ອມ​ແອ້ມ​ໝູ່​ເກາະ ຕຽວ​ອີ/Senkaku ນັ້ນ, ຝ່າຍ​ຈີນ ຍັງ​ມີ​ປະຕິກິ​ລິ​ຍາ​ຢ່າງ​ແຮງ ກ່ຽວ​ກັບ​ເລື່ອງ​ຍີ່​ປຸ່ນ ສ້າງ​ແວບ​ໄຊ​ສະ​ເພາະ​ກ່ຽວ​ກັບ​ໝູ່​ເກາະ​ພວມ​​ເກີດ​ການ​ຂັດ​ແຍ້​ງກັນດັ່ງກ່າວ.

        ວັນ​ທີ 29/08, ​ໂຄສົກ​ກະຊວງ​ກາ​ນຕ່າງປະ​ເທດ​ຈີນ ຄວາ​ຈວນ​ຢິງ ​ໄດ້​ຢ້ຳ​ຄື​ນຫຼັກ​ໝັ້ນ​ຂອງ​ປ​ະ​ເທດ​ນີ້​​ໂດຍ​ຖື​ວ່າ ຈີນ ມີ​​​ອະທິປະ​ໄຕ “ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້” ສຳລັບ​ໝູ່​ເກາະ​ພວມ​ຂັດ​ແຍ້​ງກັນ​ດັ່ງກ່າວ, ພ້ອມ​ທັງ​ຮຽກຮ້ອງ​​ໃຫ້​ຍີ່ປຸ່ນ ຢຸ​ດຕິທຸກ​ການ​ກະທຳ ​ເຊິ່ງຈີນ ​ເອີ້ນ​ວ່າ “ທະ​ທ້າຍ” ​ແລະ “​ກໍ​ຄວາມ​​ເສຍ​ຫາຍ​ເຖິງ​ອະທິປະ​ໄຕ​ຂອງ​ຈີນ”. ກ່ອນ​ໜ້າ​ນັ້ນ, ຝ່າຍ ຍີ່ປຸ່ນ ​ໄດ້​ສ້າງ​ຕັ້ງໜ້າ​​ແວບ ​ໃນ​​ແວບ​​ໄຊ​ທາງ​ການ​ຂອງ​ລັດຖະບານ​ຍີ່ປຸ່ນ ກ່ຽວ​ກັບ​ໝູ່​ເກາະ​ພວມ​ຂັດ​ແຍ້​ງກັນ Senkaku. ລັດຖະບານ​ຍີ່ປຸ່ນ ​ໄດ້​ລົງ​ເອກະສານ 200 ສະບັບ​ໃນ​​ແວບ​ໄຊ ​ແລະ ​ໃຫ້​ຮູ້​ວ່າ ​ໄດ້​ເຕົ້າ​ໂຮມ​ເອກະສານກ່ຽວ​ຂ້ອງ​ອື່ນໆກວ່າ 1500 ສະບັບ​, ທີ່ພວມ​ແປ​ເປັນ​ພາສາ​ອັງກິດ ​ແລະ ຈະ​ລົງ​​ໃນ​ແວບ​ໄຊ​ດັ່ງກ່າວ​ຕາມ​ລຳດັບ.

ຂ່າວ/ບົດ​ອື່ນ