ຈີນມີປະຕິກິລິ​ຍາຢ່າງຮຸນແຮງກ່ຽວກັບບັນຊີລາຍຊື່ບັນດາຜະລິດຕະພັນຈະຖືກອາເມລິກາຈັດວາງພາສີເພີ່ມເຕີມ

(VOVWORLD) -ວັນທີ 03 ເມສາ, ຈີນ ໄດ້ກ່າວປະນາມຢ່າງຮຸນແຮງກ່ຽວກັບເລື່ອງ ອາເມລິກາ ປະກາດບັນຊີລາຍຊື່ບັນດາຜະລິດຕະພັນນຳເຂົ້າຈາກຈີນ ເຊິ່ງຈະຖືກຈັດວາງອັດຕາພາສີເພີມເຕີ່ມ, ພ້ອມທັງກ່າວເຕືອນວ່າ ປັກກິງ ພ້ອມແລ້ວທີ່ຈະມີບັນດາມາດຕະການໂຕ້ຕອບ.
ຈີນມີປະຕິກິລິ​ຍາຢ່າງຮຸນແຮງກ່ຽວກັບບັນຊີລາຍຊື່ບັນດາຜະລິດຕະພັນຈະຖືກອາເມລິກາຈັດວາງພາສີເພີ່ມເຕີມ - ảnh 1(ພາບປະກອບ: THX/TTXVN)

ຄຳກ່າວເຕືອນດັ່ງກ່າວໂດຍກະຊວງການຄ້າຈີນ ຍົກອອກມາ ໃນຈຸດເວລາທີ່ອາເມລິກາ ແລະ ຈີນ ນັບມື້ນັບມີສັນຍານຊີ້ໃຫ້ເຫັນວ່າ ພວມຕົກເຂົ້າສູ່ສົງຄາມທາງດ້ານການຄ້າ. ຂໍ້ຕົກລົງຂອງຫ້ອງການຕາງໜ້າການຄ້າອາເມລິກາ (USTR) ປະກາດບັນຊີລາຍຊື່ບັນດາຜະລິດຕະພັນຂອງຈີນ ຈະຖືກຈັດວາງອັດຕາພາສີເພີ່ມເຕີມ ຖືກດຳເນີນພາຍຫຼັງທີ່ຈີນ ປະກາດຢຸດຕິການໃຫ້ບຸລິມະສິດສຳລັບ 128 ຜະລິດຕະພັນຂອງອາເມລິກາ ພຽງໜຶ່ງວັນ, ແທນທີ່ດ້ວຍການຈັດວາງອັດຕາພາສີ 15% - 25% ສຳລັບບັນດາປະເພດສິນຄ້າດັ່ງກ່າວ, ໃນນັ້ນລວມມີຊີ້ນໝູ ແລະ ໝາກໄມ້. ບັນດາຂະແໜງອຸດສາຫະກຳຂອງຈີນ ຖືກຈັດວາງພາສີລວມມີ: ການບິນອາວະກາດ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ, ຫຸ່ນຍົນ, ເຄື່ອງຈັກ.

ຕອບກັບ

ຂ່າວ/ບົດ​ອື່ນ