ຈີນມີແຜນນະໂຍບາຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັບອາເມລິກາ

ຈີນມີແຜນນະໂຍບາຍເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັບອາເມລິກາ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 16/09, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ຢີ ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມອາ​ເມ​ລິ​ກາ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ທ່ານ​ປະທານ​ປະ​ເທດ ສືຈິ​ຜິ​ງ ຈະ​ປັບ​ປຸງ​ທັດ​ສະ​ນະ​ທີ່​ວ່າ ສັນຕິພາບ​ຈະ​ນຳ​ມາ​ເຊິ​ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ປະ​ເທດ, ​ໃນ​ຂະນະ​ທີ່​ການ​ປະທະ​ກັນຈະ​ກໍ​ຄວາມ​ເສຍ​ຫາຍ​ໃຫ້​ທັງ 2 ຝ່າຍ. ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄສ​, ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຈັດ​ຕັ້ງ, ທ່ານ​ຫວາງຢີ ຊີ້​ແຈ້ງວ່າ, ການ​ຢ້ຽມຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ປະທານ​ປະ​ເທດ ສື​ຈິນຜິ​ງ, ຄາດ​ວ່າ​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 22 – 25/09 ຈະ​ມາ​ເຖິງ, ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນຫາ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ຄວາມ​ວິຕົກ​ກັງວົນ​ຂອງ​ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ທີ່​ວ່າ, 2 ຝ່າຍ​ພວມ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ເລື່ອງ​​ແກ້​ໄຂບັນດາ​ບັນຫາ​ຄື​ການ​ພົວພັນ​ກັບ​ສາກົນ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ພາກ​ພື້ນ ອາຊີ - ປາຊີຟິກ. ທ່ານຫວາງ​ຢີ ກໍ​​ໃຫ້​ຮູ້​ວ່າ, 2 ຝ່າຍ​ຈະ​ປະກາດ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົບ​ປະ​​ແລກປ່ຽນ​ພົນ​ລະ​ເມືອງ, ຂໍ້​ຕົກລົງ​ຮ່ວມ​ມື​ດ້ານການ​ຄ້າ, ພະລັງງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…

ຂ່າວ/ບົດ​ອື່ນ