ຈີນ​ຢັ້ງ​ຢືນຄວາມ​ປາດ​ຖະໜາຢ​າກ​ຊຸກ​ຍູ້​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ

(VOVWORLD) - ວັນທີ 13 ພຶດສະພາ, ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນຖືວ່າ ວິວັດການເຈລະຈາດ້ານການຄ້າກັບອາເມລິກາບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງ, ແຕ່ວ່າ ສອງຝ່າຍຍັງຕ້ອງການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ແລະ ຍົກເລິກ ບັນດາຂໍ້ກ່າວຫາກັນ.
ຈີນ​ຢັ້ງ​ຢືນຄວາມ​ປາດ​ຖະໜາຢ​າກ​ຊຸກ​ຍູ້​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ - ảnh 1ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: AP) 

       ກ່າວຄຳເຫັນທີ່ການພົບປະກັບຄູ່ຕຳແໜ່ງ ລັດເຊຍ Sergi Lavrov ຢູ່ ນະຄອນ Sochi ປະເທດ ລັດເຊຍ, ທ່ານ ຫວາງອີ ໄດ້ເນັ້ນໜັກວ່າ: “ບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ພາຍຫຼັງຈາກບັນດາຄວາມມານະພະຍາຍາມຈາກທັງສອງຝ່າຍເຊິ່ງບັນລຸໄດ້ບັນດາບາດກ້າວຄືນໜ້າທີ່ສຳຄັນ ແລະ ເຕັມໄປດ້ວຍຄວາມໝາຍ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນດາບັນຫາຫຍຸ້ງຍາກທີ່ຮຽກຮ້ອງໃຫ້ຕ້ອງມີການຄົ້ນຄ້ວາ ຢ່າງລະອຽດ ເພື່ອ ມີຄຳຕັດສິນທີ່ຖືກຕ້ອງ”

ຕອບກັບ

ຂ່າວ/ບົດ​ອື່ນ