ຈີນ​ຢັ້ງ​ຢືນ​ຈັບ​ຕົວ​ຊາວ ກາ​ນາ​ດາ​ຕື່ມ​ອີກ​ໜຶ່ງ​ຄົ​ນ

(VOVWORLD) - ຕອນບ່າຍວັນທີ 15 ກໍລະກົດ, ໃນການຖະແຫຼງຂ່າວ, ທ່ານ ເກີງຊ໋ວາງ ໂຄສົກກະຊວງການຕ່າງປະເທດຈີນໄດ້ຢັ້ງຢືນວ່າ ມີຊາວການາດາອີກຄົນໜຶ່ງຖືກອົງການເຈົ້າໜ້າທີ່ຂອງປະເທດນີ້ຈັບຕົວ. 

       ທ່ານ ໂຄສົກກະຊວງການຕ່າງປະເທດຈີນຢັ້ງຢືີນວ່າ: ໃນເວລາມໍ່ມານີ້, ອົງການຕຳຫຼວດ ແຂວງ ຊານຕຸງ ຫາກໍ່ກວດພົບຄະດີຢາເສບຕິດທີ່ກ່ຽວຂ້ອງເຖິງນັກສຶກສາຕ່າງປະເທດ, ໃນນັ້ນມີຊາວການາດາຄົນໜຶ່ງ. ປັດຈຸບັນ ຄະດີດັ່ງກ່າວຍັງຢູ່ໃນໄລຍະສືບສວນແກ້ໄຂ. ທ່ານໂຄສົກກະຊວງການຕ່າງປະເທດຈີນໃຫ້ຮູ້ວ່າ ອົງການຕຳຫຼວດແຂວງ ໄດ້ແຈ້ງມາໃຫ້ ບັນດາສະຖານທູດຢູ່ປັກກິ່ງ ທີ່ມີພົນລະເມືອງຖືກຈັບຕົວຮັບຊາບ ແລະ ຈະອະນຸຍາດໃຫ້ດຳເນີນບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ.

        ການພົວພັນລະຫວ່າງ ຈີນ ແລະ ການາດາ ຊົ່ວຮ້າຍລົງນັບແຕ່ເດືອນກັນຍາ ປີກາຍນີ້ພາຍຫຼັງຕຳຫຼວດ Vancouver ຈັບຕົວທ່ານນາງ ເມິງຫວານເຈົາ, ອຳນວຍການການເງິນຂອງກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຕາມຄວາມຮຽກຮ້ອງຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ