ຈີນຮັບດຳລົງຕຳແຫນ່ງປະທານໝູນວຽນສະພາຄວາມໝັ້ນຄົງສປຊ

ຈີນຮັບດຳລົງຕຳແຫນ່ງປະທານໝູນວຽນສະພາຄວາມໝັ້ນຄົງສປຊ - ảnh 1
ສະພາຄວາມໝັ້ນຄົງ ສປຊ
ພາບ:internet


(vovworld)-ຈີນ​ຮັບ​ດຳລົງ​ຕຳ​ແຫນ່​ງດັ່ງກ່າວ​ເລີ່​ມ​ແຕ່​ວັນ​ທີ 01/11. ກ່າວ​ຄຳ​ເຫັນ​ກັບ​ນັກ​ຂ່າວ, ທ່ານ ລີ​ວຈີ​ຢີ, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້​ແທນ​ຈີນ ປະຈຳ ສປຊ ​ໄດ້​ຖະ​ແຫລ​ງ​ໂຄງການ​ເຄື່ອນ​ໄຫວ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ເດືອນ 11 ​ໂດຍ​ປະ​​ເທດ​ປະທານ​ໝູນວຽນ​ຍົກ​ອອກ​ມາ​ໄດ້​ຮັບ​ການ​ເຫັນ​ດີ​ຈາກທັງ​ໝົດ 15 ປະ​ເທດ​ປະຈຳ ​ແລະ ບໍ່ປະຈຳ ສປຊ. ຕາ​ມທ່ານ ລີ​ວຈີ​ຢີ ​ແລ້ວ,  ວຽກ​ງານ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ​ເດືອນ 11 ລວມມີ: ການ​ປະຊຸມ, ​ເຈລະຈາ 20 ຄັ້ງກ່ຽວ​ກັບ 20 ບັນຫາ​ສາກົນ. ​ໃນ​ນັ້ນ ສະພາບ​ການ​ຢູ່ ອາ​ຟຼິກາ ​ແລະ ຕາ​ເວັນ​ອອກ​ກາງ ​ແມ່ນ​ການ​ໃຫ້​ບຸລິມະສິດ​ໃນ​ໂຄງການ​ດຳ​ເນີນ​ງານ​ຈະ​ມາ​ເຖິງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ.

ຂ່າວ/ບົດ​ອື່ນ