ຈີນຮຽກຮ້ອງ “ມາດຕະການແກ້ໄຂມີລັກສະນະສ້າງສັນ” ໃຫ້ແກ່ສົງຄາມການຄ້າກັບອາເມລິກາ

(VOVWORLD) -ໃນຄວາມມານະພະຍາຍາມເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ແລະ ເງິນຕາກັບອາເມລິກາ, ວັນທີ 14 ຕຸລາ, ທ່ານ ອີກາງ, ຜູ້ວ່າການທະນາຄານປະຊາຊົນ (ສູນກາງ) ຈີນ, ໄດ້ຮຽກຮ້ອງ “ບັນດາມາດຕະການມີລັກສະນະສ້າງສັນ” ໃນສະພາບການປະທະກັນດັ່ງກ່າວ ພວມນາບຂູ່, ສົ່ງຜົນກະທົບຢ່າງຮ້າຍແຮງເຖິງພື້ນຖານເສດຖະກິດໂລກ.

ຈີນຮຽກຮ້ອງ “ມາດຕະການແກ້ໄຂມີລັກສະນະສ້າງສັນ” ໃຫ້ແກ່ສົງຄາມການຄ້າກັບອາເມລິກາ - ảnh 1ທ່ານ ອີກາງ, ຜູ້ວ່າການທະນາຄານປະຊາຊົນ (ສູນກາງ) ຈີນ

(ພາບປປະກອບ: AFP/TTXVN)

ທ່ານອີກາງ ໄດ້ຍົກອອກຄຳປາໄສດັ່ງກ່າວໃນມື້ສຸດທ້າຍຂອງກອງປະຊຸມປະຈຳປີກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB), ທີ່ດຳເນີນຢູ່ບາລີ, ປະເທດອິນໂດເນເຊຍ. ພ້ອມກັນນັ້ນ, ທ່ານອີກາງ ກໍ່ກ່າວເຕືອນວ່າ, ການປະທະກັນລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ແຖວໜ້າຂອງໂລກຈະເຮັດໃຫ້ “2 ຝ່າຍລ້ວນແຕ່ຖືກປະລາໄຊ”. ທ່ານເນັ້ນໜັກວ່າ, ຄວາມເຄັ່ງຕຶງດ້ານການຄ້າທີ່ພາໄປເຖິງບັນດາການຄາດຄະເນທີ່ຫຍໍ້ທໍ້ ແລະ ກໍ່ໃຫ້ເກີດສະພາບຂາດສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ