ຈີນຮຽກຮ້ອງບັນດາຝ່າຍຢູ່ມຽນມາລະງັບໃຈ

ຈີນຮຽກຮ້ອງບັນດາຝ່າຍຢູ່ມຽນມາລະງັບໃຈ - ảnh 1
(ພາບປະກອບ/TTXVN)

(vovworld) – ​ ວັນ​ທີ 20/11, ຈີນ ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຢູ່ ມຽນມາ ລະງັບ​ໃຈ ​ແລະ ຢຸດ​ຕິ​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ ​ເພື່ອ​ຫຼີກ​ລ້ຽງບໍ່​ໃຫ້ການ​ປະ​ທະ​ກັນປີນ​ຂັ້ນ​ໄດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຈິງ​ຈວາງ ຊີ້​ແຈ້ງວ່າ ຈີນ ຖື​ເປັນ​ສຳຄັນ​ຄວາມ​ສັນຕິພາບ​ຢູ່​ເຂດຊາຍ​ແດນ​ລະຫວ່າງປະ​ເທດ​ນີ້ ​ແລະ ​ມຽນມາ ​ເປັຍ​ສຳຄັນ, ພ້ອມ​ທັງ ສະ​ແດງຄວາມ​ວິຕົກ​ກັງວົນ​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ປະ​ທະ​ກັນ​ຢູ່​ເທດສະ​ບານ​ເມືອງຕິດ​ກັບ​​ຊາຍ​ແດນຂອງ ມຽນມາ. ທ່ານ ຈິງ​ຈວາງ ເນັ້ນ​ໜັກ​ວ່າ ຈີນ ຫວັງ​ວ່າ ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່ ມຽນມາ ຕ້ອງຢຶດໝັ້ນການ​ເຈລະຈາ ​ແລະ ທາ​ບທາມ​ຄຳ​ເຫັນ, ກໍ່​ຄື​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງລະອຽດ ​ເພື່ອ​ຮັບປະກັນ​ວິວັດ​ທະນາການ​ສັນຕິພາບຢູ່ ມຽນມາ.

 

 

ຂ່າວ/ບົດ​ອື່ນ