ຈີນຮຽກຮ້ອງໃຫ້ BRICS ຈົ່ງຢຶດໝັ້ນຊຸກຍູ້ການຮ່ວມມື

(VOVWORLD) -ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງໃຫ້ບັນດາປະເທດ BRICS ຄວນຢຶດໝັ້ນຕໍ່ລັດທິຫຼາຍຝ່າຍ, ສາມັກຄີກັນຮັບມືກັບໂລກລະບາດ

ຈີນຮຽກຮ້ອງໃຫ້ BRICS ຈົ່ງຢຶດໝັ້ນຊຸກຍູ້ການຮ່ວມມື - ảnh 1 ທ່ານປະທານປະເທດຈີນ ສີຈີ້ນຜິງ

(ພາບ: news.cn)

ກ່າວຄຳເຫັນທີ່ກອງປະຊຸມສຸດຍອດຄັ້ງທີ 12 ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ເຊິ່ງດຳເນີນທາງອອນລາຍໃນຕອນຄ່ຳວັນທີ 17 ພະຈິກ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງໃຫ້ບັນດາປະເທດ BRICS ຄວນຢຶດໝັ້ນຕໍ່ລັດທິຫຼາຍຝ່າຍ, ສາມັກຄີກັນຮັບມືກັບໂລກລະບາດ ກໍຄືຊຸກຍູ້ການຮ່ວມມືລະຫວ່າງບັນດາຝ່າຍ. ກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດ BRICS, ທ່ານປະທານປະເທດຈີນ ໄດ້ຍົກອອກຂໍ້ສະເໜີ 5 ຂໍ້ຄື: ຄວນຢຶດໝັ້ນຕໍ່ລັດທິຫຼາຍຝ່າຍ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ; ຢຶດໝັ້ນຕໍ່ຄວາມສາມັກຄີຮ່ວມມືກັນ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍໂດຍໂລກລະບາດກໍ່ຂຶ້ນ; ຢຶດໝັ້ນຕໍ່ການເປີດປະຕູຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ການຟື້ນຟູຂອງພື້ນຖານເສດຖະກິດໂລກ…

ຕອບກັບ

ຂ່າວ/ບົດ​ອື່ນ