ຈີນຮຽກຮ້ອງໃຫ້ບັນດາຝ່າຍອຸ່ນອ່ຽນໃຈ,ລະງັບໃຈຕໍ່ເລື່ອງສປປ.ເກົາຫຼີທົດລອງນິວເຄຼຍ

ຈີນຮຽກຮ້ອງໃຫ້ບັນດາຝ່າຍອຸ່ນອ່ຽນໃຈ,ລະງັບໃຈຕໍ່ເລື່ອງສປປ.ເກົາຫຼີທົດລອງນິວເຄຼຍ - ảnh 1
ການພົບປະລະຫວ່າງ 2 ຝ່າຍ
(ພາບ: ສຳນັກຂ່າວສານຫວຽດນາມ/ສຳນັກຂ່າວສານຊິນຮວາ)

(vovworld) – ທີ່​ການ​ຕ້ອນຮັບຄະນະ​ປະຕິບັດ​ງານ​ຂັ້ນ​ສູງ ສປປ. ​ເກົາ​ຫຼີ ມາຢ້ຽມຢາມ ປັກ​ກິ່ງ ​ໃນ​ວັນ​ທີ 1/6, ທ່ານ​ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ສະ​ແດງ​ຄວາມ​ຫວັງ​ວ່າ: ທຸກໆ​ຝ່າຍ​ຈະ​ອຸ່ນ​ອ່ຽນ​ໃຈ ​ແລະ ລະງັບ​ໃຈຕໍ່​ສະພາບ​ໃນ​ແຫຼມ ​ເກົາຫຼີ. ທ່ານ ສີ​ຈິ້ນ​ຜິ​ງ ກໍ່​ຖະ​ແຫຼ​ງວ່າ: ຈີນ​ ປາດ​ຖະໜາ​ຢາກພັດທະນາ​ການ​ພົວພັນສະໜິດສະໜົມ​ກັບ ສປປ ​ເກົາຫຼີ. ສຳລັບ​ຝ່າຍ ສປປ ​ເກົາຫຼີ​ ​ແລ້ວ, ທ່າ​ນຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ແຮງ​ງານ ສປປ ​ເກົາຫຼີ (WKP) Ri Su – yong ​ໄດ້​ສົ່ງ​ສານ​ຂອງ​ການ​ນຳ ສປປ ​ເກົາຫຼີ Kim Jong – un ​ເຖິງ ປັກ​ກ່ິງ​ ​ໂດຍ​ໃຫ້​ຮູ້ທີ່​ວ່າ: ສປປ ​ເກົາຫຼີ ປາດ​ຖະໜາ​ຢາກ​ປັບປຸງ​ການ​ພົວພັນ 2 ຝ່າຍ. ສປປ ​ເກົາຫຼີ ຢາ​ກ “ຮ່ວມ​ມື​ກັບ​ຝ່າຍ ຈີນ, ​ເພີ່ມ​ທະວີ​ ​​ແລະ ພັດທະນາ​ບັນດາ​ການ​ພົ​ວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​​ໃນ​ແຫຼມ ​ເກົາຫຼີ ​ແລະ ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ”.

        ການ​ຢ້ຽມຢາມ​ຂອງ​ທ່ານ Ri Su – yong ​ໄດ້​ຮັບ​ຖື​ວ່າ​​​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ​ພາຍຫຼັງ ສປປ ​ເກົາຫຼີ ມີ​ບັນດາ​ການ​ກະທຳ​ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍຄັ້ງ​ທີ 4 ​ໃນ​ວັນ​ທີ 6/1 ​ແລະ ການ​​ທົດ​ລອງ​ລູກ​ສອນ​ໄຟ​ຫຼາຍ​ຄັ້ງ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ລົງ​​ໂທດ​ຂອງ ສປຊ.


ຂ່າວ/ບົດ​ອື່ນ