ຈີນເພີ່ມທະວີການຮ່ວມມືກັບ ສ.ກົງໂກ

ຈີນເພີ່ມທະວີການຮ່ວມມືກັບ ສ.ກົງໂກ - ảnh 1
(ທ່ານ​ປະທານ​ປະ​ເທດ​ຈີນ
ສີ​ຈິ້ນ​ຜິ​ງ)
(vovworld) - ວັນ​ທີ 29/03, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ໄປ​ຮອດ​ນະຄອນຫຼວງ Brazzavolle, ​ເລີ່​ມຕົ້ນ​ການ​ຢ້ຽມຢາມທາງລັດຖະກິດ ສ.​ກົງ​ໂກ ​ເປັນ​ເວລາ 2 ວັນ. ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Denis Saddou Nguesso, ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ຢ່າງ​ແນວ​ແນ່ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ​ການ​ພົວພັນ​ມິດຕະພາບ 2 ຝ່າຍ​ກັບສ.ກົງ​ໂກ. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2014. ທ່ານ​ປະທານ​ປະ​ເທດ ສີ​ຈິ້ນ​ຜິ​ງ ປາດ​ຖະໜາ​ວ່າ,  2 ຝ່າຍ ຈະ​ມີ​ຄວາມ​ມານະ​ພະຍາຍາມລວມ, ​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ ​ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃຫ້​ເລິກ​ເຊິ່ງກວ່າອີກ ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຂຶ້ນ​ສູ່​ລະ​ກັບ​ສູງ​ໃໝ່. ຕາມ​ການ​ນຳ​ຈີນ​ແລ້ວ, ຍາມ​ໃດປັກ​ກິ​ງ ກໍ​ຕີ​ລາຄາ​ສູງ​ການ​ພົວພັນ​ກັບ Brazzavolle ​ໃນ​ບັນດາ​ຂົງ​ເຂດ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ເງື່ອນ​ໄຂ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື 2 ຝ່າຍ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຈີນ ​ເຂົ້າ​ຮ່ວມ​ການ​ພັດທະນາ​ເຂດ​ເສດຖະກິດ​ພິ​ເສດ​ຂອງກົງ​ໂກ. ສ່ວນ​ທ່ານ​ປະທານາທິບໍດີ ກົງ​ໂກ Denis Saddou Nguesso ກໍ​ຕີລາຄາ​ສູງ​ບັນດາ​ການ​ພັດທະນາ​ໃນ​ການ​ພົວພັນ 2 ​ຝ່າຍ ​ແລະ ບັນດາ​ໝາດ​ຜົນ​ທີ່​ຫາ​ກໍບັນລຸ​ໄດ້​ໃນ​ຫຼາຍ​ຂົງ​ເຂດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທານາທິບໍດີ ກົງ​ໂກ Denis Saddou Nguesso ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງ​ 11 ສະບັບທີ່​ມີ​ມູນ​ຄ່າ​ນັບ​ລ້ານ USD, ​ໃນ​ຫຼາຍ​ຂົງ​ເຂດ​ຈາກ​ທະນາ​ຄານ, ​ໂທລະ​ຄົມ ຕະຫຼອດ​ຮອດ​ພື້ນຖານ​ໂຄງ​ລ່າງ.
ຂ່າວ/ບົດ​ອື່ນ