ຈີນໃຫ້ປະຊາຊົນ865.000ຄົນອົບພະຍົບເພື່ອຫຼີກລ້ຽງພາຍຸchan-hom

ຈີນໃຫ້ປະຊາຊົນ865.000ຄົນອົບພະຍົບເພື່ອຫຼີກລ້ຽງພາຍຸchan-hom - ảnh 1
(ພາບປະກອບ: THX/TTXVN)

(vovworld) – ວັນ​ທີ 11/7, ພາຍຸchan-hom ພວມ​ພັດ​ເຂົ້າ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ອອກ​ຂອງ​ຈີນ, ຢູ່​ແຂວງ ​ເຈື້ອ​ຈຽງ, ພາຍຫຼັງ​ຜ່ານ​ເກາະ Okinawa ຂອງ​ຍີ່ປຸ່ນ ​ແລະ ​ເກາະ​ໄຕ້​ຫວັນ (ຈີນ). ຄຽງ​ຂ້າງ​ການ​ໃຫ້​ປະຊາຊົນ​ອົບ​ພະຍົບ, ອຳນາດ​ການ​ປົກຄອງ​ແຂວງ​ຍັງ​ຮຽກຮ້ອງ​ກຳ່​ປັ່ນ 29.000 ລຳ​ເຂົ້າ​ທຽບ​ທ່າ ພາຍຫຼັງ​ທີ່​ເກີດ​ຟອງ​ທະ​ເລ​ສູງ​ເຖິງ 10 ​ແມັດ. ປະຈຸ​ບັນ​ຢູ່​ບາງ​ນະຄອນ​ໃນ​ແຂວງ ​ໄດ້​ປະກົດ​ມີ​ຝົນຕົກ​ໜັກ ​ແລະ ລົມ​ພັດ​ແຮງ. ວັນ​ທີ 11/7, ສູນ​ອຸຕຸນິຍົມ​ອຸ​ທົກ​ກະສາ​ດຈີນ ພະຍາກອນ​ວ່າ, ຕອນ​ບ່າຍ​ວັນ​ທີ 11/7, ພາຍຸ​ຈະ​ພັດ​ເຂົ້າ​ແຂວງ​ເຈື້ອ​ຈຽງ. ກ່ອນ​ທີ່​ພັດ​ເຂົ້າ​ຊຽງ​ໄຮ້, ຈີນ, ພະຍຸchan-hom ​ໄດ້​ເຮັດ​ໃຫ້​ຊາວ​ຟິລິບ​ປິນ 5 ຄົນ​ເສຍ​ຊີວິດ, ​ແລະ ຊາວ​ຍີ່ປຸ່ນ 20 ກວ່າ​ຄົນ​ຮັບ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ