ຈຳກັດຈຳນວນໂຄງການເປົ້າໝາຍແຫ່ງຊາດ ແມ່ນຈຳເປັນ


ຈຳກັດຈຳນວນໂຄງການເປົ້າໝາຍແຫ່ງຊາດ ແມ່ນຈຳເປັນ - ảnh 1
ສ.ສ.ຊ ແຂວງ ທ້າຍ​ບິງ ປະ​ກອບ​ຄຳ​ເຫັນ

(vovworld)-   ໂດຍສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 4/11, ບັນ​ດາ ສ.ສ.ຊ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໄລ​ຍະ 2011-2015, ສ້າງ ແລະ ນຳ​ສະ​ເໜີ​ແຜນ​ນະ​ໂຍ​ບາຍ​ລົງ​ທຶນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ໄລ​ຍະ 2016-2020. ບັນ​ດາ​ ສ.ສ.ຊ ຢືນ​ຢັນ​ວ່າ ໃນ 5 ປີ​ທີ່​ຜ່ານ​ມາ, ການ​ປະ​ຕິບ​ັດ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ແທດ​ຈິງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ທ່ານ ໂດ້​ແມ້ງ​ຮຸ່ງ ສ.ສ.ຊ ແຂວງ ທ້າຍງວຽນ ຖື​ວ່າ :

    “ ຖ​້າ​ຫາກ​ມີ 16​ ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ຄື​ປະ​ຈຸ​ບັນ ແມ່ນຫຼາຍ​ໂພດ. ດັ່ງ​ນັ້ນ​ຕ້ອງ​ຈຳ​ກັດ​ຈຳ​ນວນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​​ແມ່ນ​ຈຳ​ເປັນ. ລັດ​ຖະ​ບານ​ປະ​ຈຸ​ບັນໄດ້​ສະ​ເໜີ ຍັງ​ເຫຼືອ​ພຽງ 2 ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​, ນັ້ນ​ແມ່ນ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ ແລະ ໂຄງ​ການຫຼຸກ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ. ຍັງ​ມີ​ຄຳ​ເຫັນ​ສະ​ເໜີ​ໃຫ້​ມີ​ໂຄ​ງ​ການ​ອີກ​ໜຶ່ງ​ອີກ​ກ່ຽວ​ກັບ​ການ​ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ຄຳ​ເຫັນ​ທີ່​ຕ້ອງ​ເອົາ​ໃຈ​ໃສ່ ”

ຂ່າວ/ບົດ​ອື່ນ