ຈຳນວນກໍລະນີຕິດແປດໄວຣັດMERSຢູ່ຊາອຸດິອາຣັບບິຂຶ້ນເຖິງ700ຄົນ

ຈຳນວນກໍລະນີຕິດແປດໄວຣັດMERSຢູ່ຊາອຸດິອາຣັບບິຂຶ້ນເຖິງ700ຄົນ - ảnh 1
ຕ້ອງປິດປາກເພື່ອກັນໄວຣັດ
(ພາບປະກອບ)

(vovworld) – ວັນ​ທີ 9/6, ກະຊວງ​ສາທາລະນະ​ສຸກ ອາຣັບບິ​ ຊາ​ອຸ​ດີ ຮັບ​ຮູ້ວ່າ: ມີ 2 ກໍລະນີ​ຕິດ​ໄວຣັດ MERS ​ໃໝ່, ຍົກ​ຍອດ​ຈຳ​ນວນ​ກໍ​ລະນີຕິ​ດພະ​ຍາດ​ໃນ​ປະ​ເທດ​ນີ້​ຂຶ້ນ​ເຖິງ 700 ຄົນ, ​ໃນ​ນັ້ນ​ມີ 287 ຄົນ​ເສຍ​ຊີວິດ. ​

    ນອກຈາກ ອາຣັບບິ​ ຊາ​ອຸ​ດີ ​ແລ້ວ, ປະຈຸ​ບັນ​ຫຼາຍ​ປະ​ເທດ​ໃນ​ໂລກ ​ໃນ​ນັ້ນ​ມີ ອີ​ຢິບ, ຈໍ​ແດນ, ລີ​ບັງ, ​ໂຮ​ນລັງ, ອາຣັບ ​ເອມີ​ເຣັ​ດ ຢູ່ໃນເຕດ (UAE) ​ແລະ ອາ​ເມ​ລິ​ກາ ​ໄດ້​ຮັບ​ຮູ້​ບັນດາ​ກໍລະນີ​ຕິດ​ໄວຣັດ MERS ​ໃໝ່. ຜູ້​ຕິດພະຍາດ​ທັງ​ໝົດ​ລ້ວນ​ແຕ່​​ເຄີຍ​ໄປ​ທ່ອງ​ທ່ຽວ​ເຖິງ ອາຣັບບິ​ ຊາ​ອຸ​ດີ ​ໃນ​ໄລຍະ​ມໍ່​ໆ​ມາ​ນີ້.


ຂ່າວ/ບົດ​ອື່ນ