ຈຳ​ນວນຜົນ​ງານ​ການ​ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ​ທັງ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ

(VOVWORLD) -ໃນບົດລາຍງານຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງວ່າ, ໃນປີ 2020, ທາງສະຖາບັນດັ່ງກ່າວ ໄດ້ມານະພະຍາຍາມ, ສູ້ຊົນ ແລະ ປະຕິບັດໜ້າທີ່ຄົ້ນຄ້ວາວິທະຍາສາດ, ຜັນຂະຫຍາຍເຕັກໂນໂລຢີ ສຳເລັດເປັນຢ່າງດີ. 
ຈຳ​ນວນຜົນ​ງານ​ການ​ຄົ້ນ​ຄ້​ວາ ວິ​ທະ​ຍາ​ສາດ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ​ທັງ​ປະ​ລິ​ມານ ແລະ ຄຸນ​ນະ​ພາບ - ảnh 1ພິທີສະຫຼຸບວຽກງານປີ 2020 ແລະ ທິດທາງແຜນການປີ 2021 (ພາບ: nhandan.com.vn)

ປີ 2020, ຫວຽດນາມ ມີຜົນງານການຄົ້ນຄ້ວາ ວິທະຍາສາດກ່ວາ 1600 ກິດຈະກຳຂອງນັກວິທະຍາສາດຢູ່ສະຖາບັນມະຫາບັນດິດ ວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ໄດ້ເອົາລົງໃນວາລະສານສາກົນທີ່ມີຊື່ສຽງ, ເພີ່ມຂຶ້ນເກືອບ 37% ເມື່ອທຽບໃສ່ປີ 2019. ບໍ່ພຽງແຕ່ໄດ້ເພີ່ມຂຶ້ນທັງປະລິມານເທົ່ານັ້ນ, ແຕ່ດ້ານຄຸນນະພາບຂອງຜົນງານທີ່ໄດ້ປະກາດກໍ່ໄດ້ຍົກສູງຂຶ້ນ. ນີ້ແມ່ນແຫຼ່ງຂ່າວທີ່ໄດ້ຍົກອອກມາ ຢູ່ພິທີສະຫຼຸບວຽກງານປີ 2020 ແລະ ທິດທາງແຜນການປີ 2021 ຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ,  ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ທັນວາ ຢູ່ຮ່າໂນ້ຍ.

ໃນບົດລາຍງານຂອງສະຖາບັນມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຍົກອອກໃຫ້ເຫັນຢ່າງຈະແຈ້ງວ່າ, ໃນປີ 2020, ທາງສະຖາບັນດັ່ງກ່າວ ໄດ້ມານະພະຍາຍາມ, ສູ້ຊົນ ແລະ ປະຕິບັດໜ້າທີ່ຄົ້ນຄ້ວາວິທະຍາສາດ, ຜັນຂະຫຍາຍເຕັກໂນໂລຢີ ສຳເລັດເປັນຢ່າງດີ. ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ທ່າອ່ຽງພັດທະນາວິທະຍາສາດເຕັກໂນໂລຢີ ຢູ່ໃນໂລກ, ໂດຍແມ່ນສະຖາບັນຄົ້ນຄ້ວາແຖວໜ້າຂອງ ປະເທດຊາດ ແລະ ພາກພື້ນ ສະຖາບັນມະຫາບັນດິດ ວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມໄດ້ສູ້ຊົນຮອດປີ 2025 ໃຫ້ມີບາດກ້າວພັດທະນາສຳຄັນ, ມີບາດກ້າວບຸກທະລຸກ່ຽວກັບຄຸນນະພາບໃນການຄົ້ນຄ້ວາ, ຜັນຂະຫຍາຍ, ໝູນໃຊ້, ຖ່າຍທອດວິທະຍາສາດເຕັກໂນໂລຢີ, ກໍ່ສ້າງຖັນແຖວພະນັກງານວິທະຍາສາດໃຫ້ມີລະດັບຄວາມຮູ້ສູງ, ນຳຫວຽດນາມກາຍເປັນສູນວິທະຍາສາດເຕັກໂນໂລຢີທີ່ນອດໃນກຸ່ມນຳໜ້າບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ