ຈຳນວນຜູ້ນຳໃຊ້ອິນເຕີແນດຢູ່ຫວຽດນາມ ເພີ່ມຂຶ້ນໄວກວ່າໝູ່ໃນພາກພື້ນ

ຈຳນວນຜູ້ນຳໃຊ້ອິນເຕີແນດຢູ່ຫວຽດນາມ ເພີ່ມຂຶ້ນໄວກວ່າໝູ່ໃນພາກພື້ນ - ảnh 1

ພາບປະກອບ

​(vovworld) - ວັນ​ທີ 1/12, ຢູ່​ຮ່າ​ໂນ້ຍ, ​ສະມາຄົມ​ອິນ​ເຕີ​ແນ​ດ ຫວຽດນາມ ສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 15 ປີ ​ແຫ່ງ​ວັນ​ນຳ​ໃຊ້ອິນ​ເຕີ​ແນ​ດຢູ່ຫວຽດນາມ. ພາຍຫຼັງ 15 ປີ ​​ແຫ່ງການ​ພັດທະນາ, ອິນ​ເຕີ​ແນ​ດຢູ່​ຫວຽດນາມ​ ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ແຮງ ​ແລະ ບັນລຸ​ລະດັບ​ເຕີບ​ໂຕ​ສູງ. ນັບ​ແຕ່​ປີ 1997 – 2003, ຫວຽດນາມ​ ມີ​ປະມານ 1,8 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ແນ​ດ. ມາ​ຮອດ​ປະຈຸ​ບັນ​, ຫວຽດນາມ​ມີ​ວິ​ສາ​ຫະກິດ 19 ​ແຫ່ງ​ສະໜອງ​ການ​ບໍລິການ​ອິນ​ເຕີ​ແນ​ດ, ອັນ​ຕາ​ສ່ວນ ​ແລະ ຈຳນວນ​ຜູ້ນຳ​ໃຊ້​ອິນ​ເຕີ​ແນ​ດ ​ໄດ້​ເພີ່ມ​ຂຶ້ນ​ທົບ 10 ​ເທົ່າ, ຈາກ 3,1 ລ້ານ​ຄົນ​ນຳ​ໃຊ້​ອິນ​ເຕີ​ແນ​ດ​ໃນ​ປີ 2003, ​ໄດ້ຂຶ້ນ​ເຖິງ 31,1 ລ້ານ​ຄົນ​ນຳ​ໃຊ້​ໃນ​ເດືອນ 9/2012. ພັນທະ​ພາບ​ໂທລະ​ຄົມ​ສາກົນ​ຕີ​ລາຄາ​ວ່າ, ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ມີ​ອັດຕາ​​ເຕີບ​ໂຕ​ອິນ​ເຕີ​ແນ​ດ​ໄວ​ກວ່າ​ໝູ່​ໃນ​ພາກ​ພື້ນ ​ແລະ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ອັດຕາ​ເຕີບ​ໂຕ​ສູງ​ສຸດ​ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ