ຈຳນວນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ຢູ່ຝລັ່ງ ເພີ່ມຂຶ້ນຢ່າງວ່ອງໄວ

(VOVWORLD) -ໄລ່ຮອດທ້າຍວັນທີ 12 ມັງກອນ (ເກືອບ 2 ເດືອນພາຍຫຼັງເກີດການແຫ່ຂະບວນປະທ້ວງ), ໄດ້ມີ 84.000 ຄົນໃນທົ່ວປະເທດຝລັ່ງ ດຳເນີນການແຫ່ຂະບວນປະທ້ວງເດີນຂະບວນ, ຕາມຄຳຮຽກຮ້ອງຂອງຂະບວນການ “ເສື້ອເຫຼືອງ”.

ຈຳນວນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ຢູ່ຝລັ່ງ ເພີ່ມຂຶ້ນຢ່າງວ່ອງໄວ - ảnh 1 ຈຳນວນຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ “ເສື້ອເຫຼືອງ” ຢູ່ຝລັ່ງ ເພີ່ມຂຶ້ນຢ່າງວ່ອງໄວ

(ພາບ: AFP/TTXVN)

ຄວາມເຄັ່ງຕຶງ ແລະ ການປະທະກັນລະຫວ່າງຜູ້ແຫ່ຂະບວນປະທ້ວງ ກັບຕຳຫຼວດກໍ່ໄດ້ເກີດຂຶ້ນຢູ່ໃຈກາງບັນດາຕົວເມືອງໃຫຍ່ຄື: ນະຄອນຫຼວງ Paris, ນະຄອນ Bordeaux, Toulouse ແລະ Bourges.

        ການແຫ່ຂະບວນປະທ້ວງໃນທ້າຍອາທິດຂອງຂະບວນການ “ເສື້ອເຫຼືອງ” ໄດ້ກ້າວເຂົ້າສູ່ອາທິດທີ 9 ແລ້ວ, ພຽງໃນເວລາ 3 ວັນກ່ອນທີ່ເລີ່ມດຳເນີນ “ການປຶກສາຫາລືທົ່ວປະເທດ” ຕາມຂໍ້ລິເລີ່ມຂອງທ່ານປະທານາທິບໍດີ Emmanuel Macron. ຈຳນວນຜູ້ສະໜັບສະໜູນຂະບວນການໄດ້ເພີ່ມຂຶ້ນຢ່າງວ່ອງໄວ ພາຍຫຼັງເວລາພັກຜ່ອນທ້າຍປີ.

        ນັບແຕ່ຂະບວນການແຫ່ຂະບວນປະທ້ວງເລີ່ມຂຶ້ນແຕ່ກາງເດືອນ ພະຈິກ 2018, ໄດ້ມີ 10 ຄົນເສຍຊີວິດຢູ່ບັນດາເຂດຖືກຊາວ “ເສື້ອເຫຼືອງ” ປິດລ້ອມ ແລະ ມີກວ່າ 1.600 ຄົນຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ