ຈຳນວນເງິນຕາຕ່າງປະເທດສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ສູງກວ່າທັງປີ 2022

(VOVWORLD) - ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ໄດ້ລື່ນກາຍຈຳນວນເງິນຕາຕ່າງປະເທດທີ່ສົ່ງມາຂອງທັງປີ 2022.
ຈຳນວນເງິນຕາຕ່າງປະເທດສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ສູງກວ່າທັງປີ 2022 - ảnh 1(ພາບປະກອບ: TTXVN)

        ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ໄດ້ລື່ນກາຍຈຳນວນເງິນຕາຕ່າງປະເທດທີ່ສົ່ງມາຂອງທັງປີ 2022. ນີ້ແມ່ນໝາກຜົນທີ່ໜ້າປະທັບໃຈ ແລະ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງພື້ນຖານເສດຖະກິດໃນຫຼາຍແງ່ມູມ.

        ວັນທີ 23 ຕຸລາ, ທະນາຄານແຫ່ງລັດ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ໄລ່ຮອດທ້າຍເດືອນ ກັນຍາ 2023, ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ບັນລຸເກືອບ 6,7 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ເທົ່າກັບ 101,3% ເມື່ອທຽບໃສ່ທັງປີ 2022.

        ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມາຈາກເຂດ ອາຊີ ສືບຕໍ່ກວມເອົາອັດຕາສູງທີ່ສຸດ (53,1%) ໃນຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ. ດ້ວຍຄວາມສະຖຽນລະພາບດ້ານເສດຖະກິດ, ການເມືອງ ແລະ ສັງຄົມຂອງພາກພື້ນ ອາຊີ ໃນປະຈຸບັນ, ພາກພື້ນນີ້ຈະສືບຕໍ່ສົ່ງຜົນກະທົບທີ່ຕັ້ງໜ້າເຖິງການເຕີບໂຕດ້ານເງິນຕາຕ່າງປະເທດທີ່ສົ່ງກັບມາ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ