ຈຳ​ນວນແຂກ​ຈ່ອງ​ປີ້​ຍົນ​ໄປ​ປະ​ເທດ ອາ​ຊຽນ ເພີ່ມ​ຂຶ້ນ​ຢ່າງ​ແຮງ

(VOVWORLD) -ຈຳນວນແຂກຈ່ອງປີ້ຍົນໄປປະເທດ ອາຊຽນ ເພີ່ມຂຶ້ນຢ່າງແຮງນີ້ແມ່ນສັນຍານຕັ້ງໜ້າແກ່ຂະແໜງທ່ອງທ່ຽວ ແລະ ບໍລິສັດການບິນໃນພາກພື້ນ ເຊິ່ງຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໃນສອງປີຜ່ານມາ.
ຈຳ​ນວນແຂກ​ຈ່ອງ​ປີ້​ຍົນ​ໄປ​ປະ​ເທດ ອາ​ຊຽນ ເພີ່ມ​ຂຶ້ນ​ຢ່າງ​ແຮງ - ảnh 1(ພາບປະກອບ: dantri.com.vn)

ປີ 2021, ຈຳນວນແຂກທ່ອງທ່ຽວສາກົນທີ່ເດີນທາງ ໄປພາກພື້ນ ອາຊີ - ປາຊີຟິກ ໄດ້ຫຼຸດລົງ 93% ເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ. ເຖິງຢ່າງໃດກໍຕາມ, ຫວ່າງມໍ່ໆມານີ້, ບັນດາປະເທດຄື ໄທ, ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ສິງກະໂປ ໄດ້ເລີ່ມເປີດປະຕູຊາຍແດນ ແລະ ຜ່ອນຜັນການແຍກຕົວຕາມລະດັບທີ່ແຕກຕ່າງກັນ ຍ້ອນວ່າແຂກທ່ອງທ່ຽວຕ່າງປະເທດໄດ້ສັກວັກຊິນຢ່າງຄົບຖ້ວນ.

     ຕາມຂໍ້ມູນຈາກບໍລິສັດຈ່ອງທີ່ໂຮງແຮມ ແລະ ຈ່ອງປີ້ຍົນອອນໄລ Skycanner ແລ້ວ, ໃນເດືອນ ມັງກອນ, ຈຳນວນແຂກທ່ອງທ່ຽວສາກົນທີ່ຈ່ອງປີ້ຍົນໄປປະເທດ ອາຊຽນ ຄື ໄທ, ຟີລິບປິນ, ຫວຽດນາມ, ອິນໂດເນເຊຍ, ສິງກະໂປ ໄດ້ເພີ່ມຂຶ້ນຢ່າງແຮງ. ຈຳນວນຜູ້ຈ່ອງປີ້ຍົນໄປ-ກັບ ຊັ້ນທົ່ວໄປທີ່ມາຈາກ ອັງກິດ, ອາເມລິກາ, ເຢຍລະມັນ ທີ່ເດີນທາງໄປປະເທດ ອາຊຽນ ໄດ້ເພີ່ມຂຶ້ນແຕ່ 19% - 300% ເມື່ອທຽບໃສ່ເດືອນທັນວາ ປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ