ຈຳນວນແຂກທ່ອງທ່ຽວ ສາກົນມາຫວຽດນາມ ສືບຕໍ່ເພີ່ມຂຶ້ນ

ຈຳນວນແຂກທ່ອງທ່ຽວ ສາກົນມາຫວຽດນາມ ສືບຕໍ່ເພີ່ມຂຶ້ນ - ảnh 1
ພາບປະກອບ

(vovworld) –  ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເດືອນ 5/2014 ບັນລຸ​​ກ່ວາ 674.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນກ່ວາ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ໝາກຜົນ​ນີ້​ປະກອບສ່ວນ​ນຳ​ຍອດ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ສາກົນ ມາ​ຢ້ຽມຢາມ ຫວຽດນາມ ​ໃນ 5 ​ເດືອນ​ຕົ້ນ​ປີ 2014 ບັນລຸ​ໄດ້​ກ່ວາ 3,7 ລ້ານ​ເທື່ອ​ຄົນ. ກົມ​ໃຫຍ່​ທ່ອງ​ທ່ຽວ​ກໍ່​ໃຫ້​ຮູ້​ວ່າ: ຈຳນວນ​ແຂກ​ທ່ອງ​ທ່ຽວທີ່ມາຈາກປະເທດຕ່າງໆ​ລ້ວນ​ແຕ່​ເພີ່ມ​ຂຶ້ນ ​ໃນ 5 ​ເດືອນ​ຕົ້ນ​ປີ 2014 ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2013. ຕາມ​ທ່ານ ຫງວຽນ​ວັນ​ຕ໋ວນ, ຫົວໜ້າກົມ​ໃຫຍ່​ທ່ອງ​ທ່ຽວ ​ແລ້ວ, ຂະ​ແໜງ​ທ່ອງ​ທ່ຽວ ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ດີ​ທີ່​ສຸດ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ ​ແລະ ຄຸນ​ນະພາ​ບບໍລິການ​ໃຫ້​ແກ່​​ແຂກ​ທ່ອງ​ທ່ຽວ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ໂຄສະນາ​ຂອງ​ຂະແໜງການທ່ອງທ່ຽວ ຫວຽດນາມ.


ຂ່າວ/ບົດ​ອື່ນ