ຈໍເຈຍ ປາດຖະໜາຢາກປັບປຸງ ການພົວພັນກັບບັນດາປະເທດ SNG

ຈໍເຈຍ ປາດຖະໜາຢາກປັບປຸງ ການພົວພັນກັບບັນດາປະເທດ SNG - ảnh 1
ທ່ານ​ນາຍົກລັດຖະມົນຕີ ຈໍ​ເຈຍ Bidzina Ivanishvili
(ພາບ: ອີນເຕີແນດ)


(vovworld) -     ຈໍ​​ເຈຍ ບໍ່​ພິຈາລະນາ​ບັນຫາ​ກັບ​ຄືນສູ່​ປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ (SNG), ​ແຕ່​ກໍ​ມີ​ເຈດ​ຈຳນົງ​ຢາກ​ເຮັດ​ໃຫ້ການ​ພົວພັນ​ກັບ​ທຸກ​ປະ​ເທດ​ສະມາຊິກ SNG ມີ​ຄວາມ​ເລິກ​ເຊິ່ງຂຶ້ນ​ຕື່ມ. ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ນາຍົກລັດຖະມົນຕີ ຈໍ​ເຈຍ Bidzina Ivanishvili ​ໃນ​ການ​ປະຊຸມ​ຂ່າວ​​​ເມື່ອ​ວັນ​ທີ 24/12, ຢູ່ນະຄ​ອນຫຼວງ Tbilisi. ທ່ານ​ນາຍົກລັດຖະມົນຕີ ຈໍ​ເຈຍ ​ເນັ້ນ​ໜັກ​ວ່າ, ຍຸດທະສາດ​ຂອງ​ຈໍ​ເຈຍ ​ແມ່ນ​​​ເຊື່​ອມ​ໂຍ​ງກັບ​ເອີ​ລົບ ​ແລະ ​ເອີ​ລົບ - ມະຫາ​ສະມຸດ​ອັດ​ລັງ​ຕິກ ​ແລະ Tbilisi ບໍ່​ມີ​ເຈດ​ຈຳ​ນົງ​ຈະພິຈະ​ລະ​ນາ​ຍຸດ​ທະ​ສາດ​ນີ້ຄືນ​ໃໝ່. ທ່ານ​ຢືນຢັນ​ວ່າ, ຈໍ​ເຈຍ ຄາດວ່າຈະ​ປັບປຸງ​ການ​ພົວພັນ​ກັບ​ທຸກ​ປະ​ເທດ​ບ້ານ​ ໃກ້​ເຮືອນ​ຄຽງ​ໃນ​ສະມາຊິກ SNG ​​ແລະ ເພື່ອ​​ເຮັດ​ສິ່ງ​ດັ່ງກ່າວ Tbilis ຈະ​ນຳ​ໃຊ້​ທຸກ​ຮູບ​ການ​ຮ່ວມ​ມື​​ເຊິ່ງ​ບໍ່​ກີດຂວາ​ງຍຸດ​ທະ​ສາດ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ