ຈີເລ ໄດ້ກຽມພ້ອມໃຫ້ແກ່ພິທີລົງນາມໃນສັນຍາ CPTPP

(VOVWORLD) - ເຂົ້າຮ່ວມພິທີມີທ່ານລັດຖະມົນຕີກະຊວງການຄ້າຂອງບັນດາປະເທດຄື: ອົດສະຕາລີ, ບຣູໄນ, ການາດາ, ມາເລເຊຍ, ເມັກຊີໂກ, ຍີ່ປຸ່ນ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ.
ຈີເລ ໄດ້ກຽມພ້ອມໃຫ້ແກ່ພິທີລົງນາມໃນສັນຍາ CPTPP - ảnh 1 ພາບປະກອບ

ລັດຖະບານ ຈີເລ ໄດ້ປະກາດວ່າ ປະທານາທິບໍດີຂອງປະເທດນີ້ ທ່ານນາງ Michelle Bachelet ແລະ ທ່ານລັດຖະມົນຕີການຕ່າງປະເທດ Herado Munos ຈະເປັນປະທານພິທີລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ໃນວັນທີ 8 ມີນາ. ເຂົ້າຮ່ວມພິທີມີທ່ານລັດຖະມົນຕີກະຊວງການຄ້າຂອງບັນດາປະເທດຄື: ອົດສະຕາລີ, ບຣູໄນ, ການາດາ, ມາເລເຊຍ, ເມັກຊີໂກ, ຍີ່ປຸ່ນ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. ຂໍ້ຕົກລົງການຄ້າເສລີເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງ CPTPP ໄດ້ເລີ່ມເຄື່ອນໄຫວກ່ອນນີ້ 1 ປີພາຍຫຼັງທີ່ ອາເມລິກາ ຖອນອອກຈາກສັນຍາການຄ້າຂ້າມປາຊີຟິກ (TPP). ບົນພື້ນຖານແລ້ວ, ສັນຍາ CPTPP ຍັງຮັກສາເນື້ອໃນເດີມໄວ້ເມື່ອທຽບໃສ່ສັນຍາສະບັບຕົ້ນ TPP ແລະ ພຽງແຕ່ໂຈະການປະຕິບັດ 22 ມາດຕາເພື່ອແນໃສ່ຮັບປະກັນຄວາມດຸ່ນດ່ຽງລະຫວ່າງ 11 ປະເທດສະມາຊິກ.

         ເມື່ອສັນຍາ CPTPP ໄດ້ລົງນາມຢ່າງເປັນທາງການນັ້ນຈະສ້າງເງື່ອນໄຂສະດວກໃຫ້ແກ່ການຊຸກຍູ້ການເຕີບໂຕດ້ານເສດຖະກິດ, ສ້າງວຽກເຮັດງານທຳຫຼາຍກ່ວາອີກ, ຫລຸດຜ່ອນຄວາມອຶດຫິວທຸກຍາກ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ເຫດການນີ້ກໍ່ສົ່ງສານຢ່າງແຮງກ່ຽວກັບການຕ້ານລັດທິອາລັກຂາ, ເປັນການພິສູດໃຫ້ເຫັນວ່າ ພື້ນຖານເສດຖະກິດເປີດຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ