ຈີເລຊຸກຍູ້ການເຊື່ອມໂຍງ ອາຊີ - ປາຊີຟິກ

(vovworld) - ​​​​​ ວັນ​ທີ 13/3, ທ່ານ Heraldo Munoz, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີ​ເລ ຢັ້ງ​ຢືນ​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ອາ​ຊີ - ປາ​ຊີ​ຟ​ິກ, ກ​ານ​ຄ້າ​ເສ​ລີ ແລະ ຕ້ານ​ການ​ອາ​ລັກ​ຂາ​ທີ່ກອງ​ປະ​ຊຸມ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນ​ຍາ​ຄູ່ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP), ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ 14 – 15/3 ຢູ່​ນະ​ຄອນ Vina del Mar, ປະ​ເທດ ຈີ​ເລ. ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ລັດ​ຖະ​ມົນ​ຕ​ີ​ການ​ຄ້າ TPP ໂດຍ ຈີ​ເລ ຈັດ​ຕັ້ງ ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການ​ກູ​້ຊ່ວຍສັນ​ຍາ TPP ພາຍຫຼັງ​ລັດ​ຖະ​ບານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ​ປະ​ກາດບໍ່​ເຂົ້າ​ຮ່ວມ​​ສັນ​ຍາ, ​ເຊິ່ງ​ສັນ​ຍານີ້ໄດ້​ຮັບ​ການ​ຊຸກ​ຍູ້​ໃນ​ສະໄໝ​ຂອງ​​ອະ​ດ​ີດ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ທ່ານ​ລັດ​ຖະ​ມົນ​ຕີກ​ານ​ຕ່າງ​ປະ​ເທດ ຈີ​ເລ Heraldo Munoz ຢັ້ງ​ຢືນ​ວ່າ: ຈີ​ເລ ຈະ​ສືບ​ຕໍ່​ເດ​ີນ​ຕາມ​ການ​ຄ້າ​ເສ​ລີ ແລະ ກອງ​ປະ​ຊຸມ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 12 ປະ​ເທດ​ສະ​ມາ​ຊິກ TPP ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ກາ​ນາ​ດາ, ຈີ​ເລ, ເມກ​ຊີ​ໂກ, ເປ​ຣູ, ອົດ​ສະ​ຕາ​ລີ, ນິວ​ຢີ​ແລນ, ຍີ່​ປຸ່ນ, ມາ​ເລ​ເຊຍ, ບ​ຣູ​ໄນ, ສິງ​ກະ​ໂປ ແລະ ຫວຽດ​ນາມ, ພ້ອມ​ກັບ 3 ປະ​ເທດ ບໍ່​ເຂົ້າ​ຮ່ວມ TPP ນັ້ນ​ແມ່ນ ຈີນ, ສ. ເກົາຫຼີ ແລະ ໂກ​​ໂລມ​ໂບ.


ຂ່າວ/ບົດ​ອື່ນ