ຊຸກຍູ້ການຄ້າເສລີລະຫວ່າງຫວຽດນາມ - ອາເມລິກາ

ຊຸກຍູ້ການຄ້າເສລີລະຫວ່າງຫວຽດນາມ - ອາເມລິກາ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ໃຫ້ການຕ້ອນຮັບບັນດາວະສາຫະກິດ ອາເມລິກາ
(ພາບປະກອບ)
(ພາບ: Chinhphu.vn)

(vovworld) - ວັນ​ທີ 28/3, ຢູ່​ອາ​ເມ​ລິ​ກາ, ​ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ສະຖານທູດ​ບັນດາ​ປະ​ເທດ​ພວມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟິກ (ຫຼື TPP) ​ແລະ ສະຫະພັນ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກ​ປະຊາທິປະ​ໄຕ​ໃໝ່​ຢູ່​ພະສາ​ຕ່ຳ​ອາ​ເມ​ລິ​ກາ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ເອກອັກຄະ​ລັດຖະທູດ​ຫວຽດນາມປະຈຳ​ອາ​ເມ​ລິ​ກາ Nguyen Quoc Cuong ​ເນັ້ນ​ໜັກ​ວ່າ: ການ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ທົ່ວ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ດ້ວຍ​ຈຳນວນ​ບັນດາ​ສັນຍາ​ການ​ຄ້າ​ເສລີທີ່​ໄດ້​ຮັບ​ການ​ລົງ​ນາມ ​ເພີ່ມ​ຂຶ້ນ​ສູງ​ ຈາ​ກ 3 ສະບັບ​​ໃນ​ປີ 2000 ຂຶ້ນ​ເຖິງ 45 ສະບັບ​​ໃນ​ປີ 2010 ​ແລະ ປະຈຸ​ບັນ​ພວມສືບ​ຕໍ​ເຈລະຈາ​ສັນຍາ​ອື່ນ​ອີກ 84 ສະບັບ, ​ໃນ​ນັ້ນ TPP ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ທີ່ມີ​ຄວາມ​ສຳຄັນ​ອັນ​ດັບ​ໜຶ່ງ​ສຳລັບ​ບັນດາ​ປະ​ເທດ​ສະມາຊິກ. ທ່ານ​ເອກ​ອັກຄະ​ລັດຖະທູດ Nguyen Quoc Cuong ຢືນຢັນ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ຫວຽດນາມ​ໃນ​ການ​ເຈລະຈາ TPP, ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ສະ​ພາ​ແຫ່ງຊາດ​ໃນ​ກຸ່ມ​ສະຫະພັນ​ປະຊາທິປະ​ໄຕ​ໃໝ່​ສະໜັບສະໜູນ​ເລື່ອງ​ອາ​ເມ​ລິ​ກາ​ສະ​ຫງວນຂໍ້​ກຳນົດໃຫ້​ບຸລິມະສິດ​ພາສີ​ອາກອນພິ​ເສດ ​ແລະ ຮັບຮອງກົດ​ລະບຽບ​​ເສດຖະກິດການ​ຕະຫຼາດ​​ໃຫ້​ແກ່​ຫວຽດນາມ. ຕາງໜ້າ​ໃຫ້​ສະຫະພັນ​ບັນດາ​ສະມາ​ຊິກ​ພັກ​ປະຊາທິປະ​ໄຕ​ໃໝ່, ທ່ານJim Himes, ສະມາຊິກ​ສະພາ​ຕ່ຳ, ຮອງ​ປະທານ​ສະຫະພັນ ຢືນຢັນ​ການ​ສະໜັບສະໜູນ​ຂອງ​ກຸ່ມ​ທີ່​ມີຕໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ຫັນ​ເປັນ​ການ​ຄ້າ​ເສລີ, ​ໃນ​ນັ້ນ​ມີ​ສັນຍາ TPP.

ຂ່າວ/ບົດ​ອື່ນ