ຊຸກຍູ້ການປະຕິບັດຄວາມຊື່ຕົງໃນການດຳເນີນທຸລະກິດຢູ່ຫວຽດນາມ

ຊຸກຍູ້ການປະຕິບັດຄວາມຊື່ຕົງໃນການດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ເລັ່ງ​ໃສ່​ຂໍ້​ສະ​ເໜີ 
ປະຕິບັດຄວາມຊື່ຕົງ​ໃນ​ການຜະລິດ​ດຳ​ເນີນ​ທຸລະ​ກິດ​

(Vovworld)- ກອງ​ປະຊຸມສຳມະນາດ້ວຍຫົວເລື່ອງ “ ເພີ່ມທະວີການເຂົ້າຮ່ວມ ຂອງວິສາຫະກິດ, ຊຸກຍູ້ ການປະຕິບັດຄວາມຊື່ຕົງ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ” ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 31/10 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ເລັ່ງ​ໃສ່​ຂໍ້​ສະ​ເໜີ ປະຕິບັດຄວາມຊື່ຕົງ​ໃນ​ການຜະລິດ​ດຳ​ເນີນ​ທຸລະ​ກິດ​, ພິ​ເສດ​ບົດບາດ​ຂອງ​ວິ​ສາ​ຫະກິດ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ຫວຽດນາມ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ຖື​ວ່າ ​ໄພ​ສໍ້​ລາດ​ບັງ​ຫຼວງ​ພວມ​ແມ່ນ​ບັນຫາ​ເປັນ​ໜ້າ​ວິຕົກ​ກັ່ງ​ວົນ​ທີ່​ສຸດ​ຂອງ​ບັນດາ​ນັກ​ລົງ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ ຢູ່​ຫວຽດນາມ. ທ່ານ​ນາງ ​ເລ​ຮົ່ງຫາຍ ຮອງ​ຫົວໜ້າ​ກົມ​ໃຫຍ່​ສ່ວຍ​ສາ​ອາກອນ ​ໃຫ​້ຮູ້​ວ່າ :

“  ປະຈຸ​ບັນ, ຂະ​ແໜງ​ສ່ວຍ​ສາ​ອາກອນ​ຫວຽດນາມ​ພວມ​ປະຕິບັດ​ການ​ເຊັນ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະກອນ​ແຕ່ລະຄົນ​ກ່ຽວ​ກັບ​ເລື່ອງ​ບໍ່​ມີ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ພວມ​ຜັນ​ຂະຫຍາຍ​ໂຄງການ​ຕໍ່​ໆໄປ​ໃນ​ຍຸດ​ທະ​ສາດ​ຂອງ​ຂະ​ແໜງ​ຕາມ​ທິດ​ຫັນ​ເປັນ​ອັດຕະ​ໂນ​ມັດ ​ແລະ ທັນ​ສະ​ໄໝ. ດ້ວຍ​ບັນດາຄວາມ​ຈິງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງຂອງ​ລັດຖະກອນ, ພວກ​ຂ້າ​ພະ​ເຈົ້າພວມ​ມີ​ແຜນການ, ຍຸດ​ທະ​ສາດ​ເພື່ອ​ປະຕິບັດ ​ແລະ ຈະ​ປະຕິບັດ​ຢ່າງ​ຂ້ຽວຂາດ. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ​ຫວັງ​ໃຫ້​ທາງ​ຝ່າຍ​ວິ​ສາ​ຫະກິດ​ຄວນ​​ເຮັດ​ຫຍັງ​ຕໍ່ໜ້າສະພາບ​ຕົວ​ຈິງ​ຂອງ​ຕົນ”

ຂ່າວ/ບົດ​ອື່ນ