ຊຸກຍູ້ການປະຕິບັດແຜນຮ່າງພັດທະນາ ການພົວພັນດ້ານການຄ້າຫວຽດນາມ - ລາວ

ຊຸກຍູ້ການປະຕິບັດແຜນຮ່າງພັດທະນາ ການພົວພັນດ້ານການຄ້າຫວຽດນາມ - ລາວ - ảnh 1
ທີ່ການເຮັດວຽກລະຫວ່າງສອງກະຊວງອຸດສາຫະກຳການ​ຄ້າຫວຽດນາມ - ລາວ
( ພາບ: tinmoi.vn )


( vovworld ) –   ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າຫວຽດນາມ Vu Huy Hoang, ຄະນະ​ຜູ້​ແທນກະຊວງ​ອຸດສາຫະກຳການ​ຄ້າລາວ ​ໂດຍທ່ານ​ລັດຖະມົນຕີ ນາມ ວິ​ຍະ​ເກດ ນຳ​ໜ້າ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າຫວຽດນາມ ​ແຕ່​ວັນ​ທີ 3 – 6/5/2012. ລັດຖະ​ມົນຕີ​ທັງ​ສອງ​ທ່ານ​ໄດ້​ມີ​ການ​ເຈລະຈາ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າ​ງສອງ​ປະ​ເທດ ​ແນ​ໃສ່ສູຊົນບັນລຸວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ໄດ້ 1 ຕື້ USD ​ຄື​ດັ່ງລັດຖະບານ​ສອງ​ປະ​ເທດ​ໄດ້​ວາງ​ອອກ. ທ່ານ​ລັດຖະມົນຕີ Vu Huy Hoang ​ແລະ ທ່ານ​ລັດຖະມົນຕີ ນາມ ວິ​ຍະ​ເກດ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຊຸກຍູ້ການ​ປະຕິບັດ​ແຜນ​ຮ່າງພັດທະນາ​ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງຫວຽດນາມ - ລາວ ​ໄລຍະ 2008 – 2015, ​ໃນ​ນັ້ນ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ ພົບ​ປະ​ແລກປ່ຽນ ລົງ​ນາມ​​ໃນ​ສັນຍາ​ການ​ຄ້າ. ນອກຈາກ​ການຈັດ​ຕັ້ງ​ງານ​ຕະຫຼາດ​ການ​ຄ້າ​ຫວຽດນາມ - ລາວ ​ໃນ​​ໂອກາດວັນ​ສະຖາ​ປາ​ນາສປປ ລາ​ວ ຢູ່​ວຽງ​ຈັນ, ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປີດ​ບັນດາ​ງານ​ຕະຫຼາດນັດ ຢູ່​ທ້ອງ​ຖິ່ງຕ່າງໆ​ທາງ​ພາກ​ເໜືອ, ພາກກາງ ​ແລະ ​​ພາກໄຕ້​ຂອງ​ລາວ​ ກໍ​ຄື​ຈັດ​ຕັ້ງ​ໃຫ້​ບັນດາວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສົງ​ເສີມດ້ານ​ການ​ຄ້າ​ໃນ​ຂອບ​ເຂດ​ຮ່ວມ​ມື​ໃນ​ແລວ​ເສດ​ທະ​ກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ສອງ​ຝ່າຍ​ກໍ​​ເຫັນ​ດີເປັນ​ເອກະພາບ​ຈະ​ຄົ້ນຄວ້າ​ກ່ຽວ​ກັບ​ການສ້າງ​ຮ້ານ​ວາງສະ​ແດງ​​ໂຄສະນາສິນຄ້າ, ຜະລິດ​ຕະພັນ​ຫວຽດນາມ ຢູ່​ລາວ ​ແລະ ສິນ​ຄ້າຂອງ​ລາວ ຢູ່​ຫວຽດນາມ.
ຂ່າວ/ບົດ​ອື່ນ