ຊຸກຍູ້ການພັດທະນາຂອງແລວເສດຖະກິດຕາເວັນອອກຕາເວັນຕົກ

ຊຸກຍູ້ການພັດທະນາຂອງແລວເສດຖະກິດຕາເວັນອອກຕາເວັນຕົກ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ
ພາບ:internet


(vovworld)-​ ວັນ​ທີ 16/5 ຢູ່ ສປປ ລາວ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ (EWEC) ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ບັນດາ​ປະ​ເທດ ລາວ, ​ໄທ, ຫວຽດນາມ. ​ເພື່ອ​ຊຸກຍູ້​ການ​ພັດທະນາ​ຂອງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ- ​ຕາ​ເວັນ​ຕົກ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ສະ​ເຫ​ນີລັດຖະບານ​ບັນດາ​ປະ​ເທດ​ດັ່ງກ່າວ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ໃຫ້​ບຸລິ​ມະ​ສິດ​ສຳລັບ​ການ​ບູລະນະ, ຍົກ​ລະດັບ​ບັນດາ​ເສັ້ນທາງ ​ແລະ ຮາກ​ຖານ​ບໍລິການ​ຢູ່​ລຽມຕາມ​ແລວ​ເສດຖະກິດ​ດັ່ງກ່າວ, ສະ​ເຫ​ນີລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ບັນດາ​ປະ​ເທດ​ລາວ, ຫວຽດນາມ ​ແລະ​ໄທ ຍູ້​ແຮງ​ການ​ປະຕິບັດ​ຮູບ​ແບບ​ກວດກາ​ປະຕູ​ດຽວ​ຢູ່​ດ່ານ​ຊາຍ​ແດນ ລາວ​ບ໋າ​ວ ​- ​ແດນ​ສະຫວັນ ​​ແລະ ສະຫວັນ​ນະ​ເຂດ - ມຸກ​ດະ​ຫານ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ ​ເນັ້ນ​ຫນັກ​ຄວາມ​ໝາຍ​ສຳຄັນ​ຂອງ​ແລວ​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ​ສຳລັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ພ້ອມ​ທັງ​ຢືນຢັນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຂອງ​ລັດຖະບານ​ຫວຽດນາມ​ສຳລັບ​ການ​ພັດທະນາ​ຂອງ​ແລວ​ເສດຖະກິດ ​ແລະ ປາດ​ຖະຫນາ​ຢາກ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂໍ້​ຕິດ​ຂັດ. ກອງ​ປະຊຸມ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ກ່ຽວ​ກັບ​ການ​ພັດທະນາ​ແລວ​​ເສດຖະກິດ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ​ຄັ້ງ​ທີ 3 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ