ຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍແລະຂະໜາດກາງຫວຽດນາມ-ສ.ເກົາຫຼີ

ຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍແລະຂະໜາດກາງຫວຽດນາມ-ສ.ເກົາຫຼີ - ảnh 1ພິ​ທີ​​ເຊັນ​ບົດບັນທຶກ​ຊ່ວຍ​ຈຳ​ລະ​ຫວ່າງ 2 ຝ່າຍ
(ພາບ: BNEWS/TTXVN)

(vovworld)- ​ຕອນ​ບ່າຍ​ ວັນ​ທີ 8/11 ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ (SMEDF)  ແລະ ອົງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ ຂະໜາດ​ກາງ ສ.ເກົາຫຼີ (SBC), ໄດ້​ເຊັນ​ບົດບັນທຶກ​ຊ່ວຍ​ຈຳ. ສອງ​ຝ່າຍ ໄດ້​ເຊັນ​ສັນ​ຍາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ເຊັ່ນ: ການ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແນ​ໃສ່​ຊຸກ​ຍູ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ (DNNVV) ຢູ່​ຫວຽດ​ນາມ ແລະ ສ.ເກົາຫຼີ; ໜູນ​ຊ່ວຍ​ການ​ຊອກ​ຫາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເໝາະ​ສົມ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ສ.ເກົາຫຼີ; ການ​ແລ​ກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍການ​ຊຸກ​ຍູ້​ວິ​ສາ​ຫະ​ກິດ; ແບ່ງ​ປັນ​ບັນ​ດາ​ເຄັດ​ລັບ ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ແກ່ DNNVV; ໜູນ​ຊ່ວຍ​ກັນ​ປະ​ຕິ​ບັດ​ ບັນ​ດາ​ການ​ສຳຫຼວດ​ທີ່​​ຈຳ​ເປັນ ຢູ່​ສອງ​ປະ​ເທດ. ແຕ່ງ​ຕັ້ງພະ​ນັກ​ງານ​ຕິດ​ຕາມ, ສົມ​ທົບ​ກັນ​ປະ​ຕິ​ບັດ​ເນື້ອ​ໃນ​ ໃນ​ບົດບັນ​ທຶກ​ຊ່ວຍ​ຈຳ ແລະ ​​​ແຕ່ງ​ຕ​ັ້ງພະ​ນັກ​ງານ​ປະ​ຈຳ​ການ ຢູ່ 2 ອົງ​ການ. ບັນ​ດາ​ເນື້ອ​ໃນ​​ທີ່​ໄດ​້​ເຊັນ​ກັນ ແມ່ນ​ການກະ​ທຳ​ແທດ​ຈິງ, ແນ​ໃສ່​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ໃຫ້​ແກ່​ກຸ່ມ DNNVV ຫວຽດ​ນາມ ແລະ ສ.ເກ​ົ​າຫຼີ, ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພົວ​ພັນ ຂອງ​ສອງ​ປະ​ເທດ ບັນ​ລຸ​ລະ​ດັບ​ສູງ​ໃໝ່.


ຂ່າວ/ບົດ​ອື່ນ