ຊຸກຍູ້ການພົນພັນສາມັກຄີ,ມິດຕະພາບແລະການຮ່ວມມືຮອບດ້ານລະຫວ່າງທ້ອງຖິ່ນຕ່າງໆຢູ່ເຂດຊາຍແດນຫວຽດນາມ-ກຳປູເຈຍ

ຊຸກຍູ້ການພົນພັນສາມັກຄີ,ມິດຕະພາບແລະການຮ່ວມມືຮອບດ້ານລະຫວ່າງທ້ອງຖິ່ນຕ່າງໆຢູ່ເຂດຊາຍແດນຫວຽດນາມ-ກຳປູເຈຍ - ảnh 1
ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນ​ດາ​ແຂວງ​​
ເຂດ​ຊາຍ​ແດນ​ຫວຽດນາມ - ກຳ​ປູ​ເຈຍ​ ຄັ້ງ​ທີ 8
(ພາບ: cand)


(vovworld) – ກອງ​ປະຊຸມ​ຮ່ວມ​ມື ​ແລະ ພັດທະນາ​ບັນ​ດາ​ແຂວງ​​ເຂດ​ຊາຍ​ແດນ​ຫວຽດນາມ - ກຳ​ປູ​ເຈຍ​ ຄັ້ງ​ທີ 8 ຖືກ​ດຳ​ເນີນ​ໃນ​ວັນ​ທີ 28/10, ຢູ່​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​ເຈ​ຍ Samdech Krolahom Sar Kheng ​ເປັນ​ປະທານ​ຮ່ວມ.

      ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ສຳນັກ​ຂ່າວສານ​ຫວຽດນາມ ຢູ່​ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຮ່ວາຍ​ຈຸ​ງ, ຫົວໜ້າ​ຄະນະ​ຜູ້​​ແທນ SOM ຫວຽດນາມ, ​ໃຫ​້ຮູ້​ວ່າ, ນີ້​ແມ່ນ​ກົນ​ໄກ​ຮ່ວມ​ມື​ສຳຄັນ, ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ບັນດາ​​ແຂວງ​ເຂດ​ຊາຍ​ແດນຫວຽດນາມ - ກຳປູ​ເຈຍ. 2 ຝ່າຍ​ເຫັນ​ດີນຳ​ກັນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​​ເລ​ື່ອງສືບ​ຕໍ່​ປັບປຸງນະ​ໂຍບາຍ​, ຂອບ​ເຂດ​ນິຕິ​ກຳຢູ່​​ຂັ້ນ​ສູນກາງໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ເງິນ, ຄົມມະ​ນາ​ຄົມ​ຂົນ​ສົ່ງ… ຄຽງ​ຂ້າງ​ນັ້ນ, 2 ຝ່າຍ​ຕົກລົງ​ກໍ່ສ້າງ, ຄຸ້ມ​ຄອງ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ໃຫ້​ເປັນ​ຢ່າງດີ, ພ້ອມ​ທັງ​ຊຸກຍູ້ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນ ​ແລະ ປັກ​ຫັຼກໝາຍ​ຊາຍ​ແດນ​ໃຫ້​ຖືກ​ຕາມ​​ແຜນການ​ທີ່​ໄດ້​ວາງ​ອອກ.

      ສ່ວນ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ກຳປູ​​ເຈຍ Prum Sokha, ຫົວໜ້າ​ຄະນະ​ຜູ​​້​ແທນ SOM ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ, ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​ເມື່ອ​ທຽບ​ໃສ່​ຄັ້ງ​ກ່ອນ​ແມ່ນ 2 ຝ່າຍ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ